Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 2:13 - ພຣະຄຳພີສັກສິ

13 ໃນ​ເວລາ​ທີ່​ພວກເຮົາ​ອອກ​ຈາກ​ເມືອງ ໂດຍ​ຜ່ານ​ປະຕູ​ຮ່ອມພູ​ທາງ​ທິດ​ຕາເວັນຕົກ​ໄປ​ນັ້ນ ກໍ​ຍັງ​ເປັນ​ເວລາ​ມືດ​ຢູ່; ພວກເຮົາ​ໄດ້​ກາຍ​ດ້ານ​ໃຕ້​ຂອງ​ນໍ້າພຸ​ໂຕ​ມັງກອນ ໄປ​ຈົນເຖິງ​ຮ່ອມພູ​ປະຕູ​ຂີ້ສັດ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້າພະເຈົ້າ​ໄດ້​ສຳຫລວດ​ເບິ່ງ​ກຳແພງ​ເມືອງ​ທີ່​ເພພັງ ແລະ​ປະຕູ​ເມືອງ​ທີ່​ຖືກ​ໄຟ​ໄໝ້.

Uka jalj uñjjattʼäta Copia luraña




ເນເຫມີຢາ 2:13
9 Jak'a apnaqawi uñst'ayäwi  

ອຸດຊີຢາ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ຢ່າງ​ແໜ້ນໜາ ໂດຍ​ເສີມສ້າງ​ຫໍຄອຍ​ໄວ້​ຢູ່​ຕາມ​ປະຕູ​ແຈ​ຕ່າງໆ ຕາມ​ປະຕູ​ຮ່ອມພູ​ແລະ​ບ່ອນ​ທີ່​ກຳແພງ​ໂຄ້ງ.


ພວກເຂົາ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ພວກ​ທີ່​ລອດຊີວິດ​ກັບ​ມາ​ສູ່​ຖິ່ນຖານ​ເດີມ​ນັ້ນ ໄດ້​ຮັບ​ຄວາມ​ລຳບາກ​ຫລາຍ ແລະ​ຄົນຕ່າງຊາດ​ທີ່​ຢູ່​ໃກ້ຄຽງ​ກໍ​ດູໝິ່ນ​ປະໝາດ​ພວກເຂົາ. ພວກເຂົາ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ, “ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຍັງ​ພັງ​ທະລາຍ​ຢູ່ ແລະ​ປະຕູ​ຂອງ​ກຳແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່ ຕັ້ງແຕ່​ສະໄໝ​ຖືກ​ຈູດ​ພຸ້ນ.”


ຂ້າພະເຈົ້າ​ໄດ້​ເຕົ້າໂຮມ​ພວກ​ຜູ້ນຳ​ຂອງ​ແຂວງ​ຢູດາຍ​ທີ່​ເທິງ​ກຳແພງ​ເມືອງ ແລະ​ມອບໝາຍ​ໃຫ້​ພວກເຂົາ​ຄວບຄຸມ​ສອງ​ໝວດ​ໃຫຍ່ ເດີນ​ເປັນ​ຂະບວນ​ອ້ອມຮອບ​ຕົວເມືອງ ເພື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ. ໝວດ​ທີ​ໜຶ່ງ​ໃຫ້​ຍ່າງ​ເທິງ​ກຳແພງ​ເບື້ອງຂວາ ໄປ​ສູ່​ປະຕູ​ກອງ​ຂີ້ເຫຍື້ອ.


ໂດຍ​ບໍ່ໄດ້​ບອກ​ໃຫ້​ຜູ້ໃດ​ຮູ້​ກ່ຽວກັບ​ສິ່ງ​ທີ່​ພຣະເຈົ້າ ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເຮັດ​ສຳລັບ​ນະຄອນ​ເຢຣູຊາເລັມ. ແລ້ວ​ໃນ​ຕອນ​ກາງຄືນ​ນັ້ນ ຂ້າພະເຈົ້າ​ກໍໄດ້​ອອກ​ເດີນທາງ ໂດຍ​ມີ​ເພື່ອນ​ບາງຄົນ​ຕິດຕາມ​ໄປ​ດ້ວຍ. ພວກເຮົາ​ມີ​ລໍ​ພຽງ​ໂຕດຽວ​ທີ່​ເປັນ​ພາຫານະ​ຂີ່​ໄປ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຂີ່​ລໍ​ລົງ​ໄປ​ທາງ​ຮ່ອມພູ​ກິດໂຣນ ແລະ​ເລາະລຽບ​ເບິ່ງ​ກຳແພງ​ເມືອງ​ໄປ. ແລ້ວ​ຂ້າພະເຈົ້າ​ກໍ​ກັບ​ມາ​ທາງ​ເກົ່າ ແລະ​ຄືນ​ເມືອ​ໃນ​ເມືອງ​ໂດຍ​ຜ່ານ​ປະຕູ​ຮ່ອມພູ.


ແຕ່​ມາບັດນີ້ ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກທ່ານ​ເຫັນ​ບໍ​ວ່າ ພວກເຮົາ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຫລາຍ​ສໍ່າໃດ ຍ້ອນ​ນະຄອນ​ເຢຣູຊາເລັມ​ຖືກ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ໄຟ​ໄໝ້ ໃຫ້​ພວກເຮົາ​ຊ່ວຍກັນ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ລຶບ​ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຮົາ​ໃຫ້​ສິ້ນສຸດ​ໄປ​ເສຍ​ເທາະ.”


ແລະ​ຕອບ​ເພິ່ນ​ວ່າ, “ຂໍ​ພະຣາຊາ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຈະ​ໃຫ້​ຂ້ານ້ອຍ​ບໍ່​ໂສກເສົ້າ​ໄດ້​ຢ່າງໃດ ໃນ​ເມື່ອ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ໃນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍໄຟ?”


ເຮົາ​ຈະ​ໃຊ້​ສັດຕູ​ມາ​ຕັດ​ຕົ້ນອະງຸ່ນ​ຂອງ​ພວກເຂົາ​ລົງ ແຕ່​ບໍ່ແມ່ນ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ຈົນ​ສິ້ນ. ເຮົາ​ຈະ​ບອກ​ເຫຼົ່າ​ສັດຕູ​ໃຫ້​ລິ​ງ່າ​ຂອງມັນ​ອອກ​ສາ ເພາະ​ງ່າ​ເຫຼົ່ານັ້ນ​ທັງໝົດ​ບໍ່ໄດ້​ເປັນ​ຂອງພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka