10 ແຕ່ສານບັນລັດຊາວໂຮໂຣນ ແລະໂຕບີຢາຂ້າຣາຊການຄົນໜຶ່ງຂອງແຂວງອຳໂມນ ໄດ້ຍິນຂ່າວວ່າ, ມີບາງຄົນມາເຮັດວຽກເພື່ອຫາຄວາມສຸກສະບາຍໃຫ້ຊາວອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງບໍ່ພໍໃຈຢ່າງຍິ່ງ.
ເມື່ອກຳລັງອ່ານກົດບັນຍັດຂອງໂມເຊດ້ວຍສຽງອັນດັງໃຫ້ປະຊາຊົນຟັງຢູ່ນັ້ນ ພວກເຂົາກໍອ່ານມາຮອດຕອນທີ່ໄດ້ກ່າວວ່າ ບໍ່ມີຊາວອຳໂມນ ຫລືຊາວໂມອາບໃດໆ ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມກັບປະຊາຊົນຂອງພຣະເຈົ້າ.
ໂຢອີອາດາເປັນລູກຊາຍຂອງມະຫາປະໂຣຫິດເອລີອາຊິບ, ແຕ່ລູກຊາຍຜູ້ໜຶ່ງຂອງໂຢອີອາດາໄດ້ແຕ່ງງານກັບລູກສາວຂອງສານບັນລັດ ຈາກເມືອງເບັດໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງໃຫ້ໂຢອີອາດາ ອອກໄປຈາກນະຄອນເຢຣູຊາເລັມ.
ປະໂຣຫິດເອລີອາຊິບ ຜູ້ທີ່ຮັບຜິດຊອບຄັງມ້ຽນເຄື່ອງຂອງພຣະວິຫານ ໄດ້ມີຄວາມສຳພັນທີ່ດີກັບໂຕບີຢາເປັນເວລາດົນນານ.
ເມື່ອສານບັນລັດຊາວໂຮໂຣນ, ໂຕບີຢາຊາວອຳໂມນ ແລະເກເຊມຊາວອາຣັບໄດ້ຍິນສິ່ງທີ່ພວກເຮົາກຳລັງວາງແຜນຈະກະທຳນັ້ນ ພວກເຂົາຕ່າງກໍຫົວເຍາະເຍີ້ຍພວກເຮົາ ແລະເວົ້າວ່າ, “ພວກເຈົ້າກຳລັງຄິດຈະເຮັດຫຍັງກັນ? ພວກເຈົ້າກຳລັງຈະກະບົດຕໍ່ກະສັດຊັ້ນບໍ?”
ສານບັນລັດ, ໂຕບີຢາ ແລະປະຊາຊົນຊາວອາຣັບ, ຊາວອຳໂມນ ແລະຊາວອາຊະໂດດ ເມື່ອໄດ້ຍິນວ່າພວກເຮົາສ້າງກຳແພງນະຄອນເຢຣູຊາເລັມຄືບໜ້າ ແລະທັງຮູ້ວ່າປ່ອງທີ່ແຕກນັ້ນກໍໄດ້ອັດໝົດແລ້ວ ພວກເຂົາກໍເກີດຄຽດແຄ້ນຫລາຍທີ່ສຸດ.
ສານບັນລັດ, ໂຕບີຢາ, ເກເຊມຊາວອາຣັບ ແລະເຫຼົ່າສັດຕູອື່ນໆຮູ້ຂ່າວວ່າ ພວກເຮົາໄດ້ສ້າງກຳແພງເມືອງສຳເລັດແລ້ວ ແລະບໍ່ມີປ່ອງບໍ່ມີຮູເຫຼືອຢູ່ເລີຍ; ເຖິງແມ່ນວ່າພວກເຮົາຍັງບໍ່ທັນໄດ້ຕັ້ງປະຕູຂຶ້ນຕາມວົງຂອງມັນກໍຕາມ.
ເມື່ອພວກສັດຕູໃນຊົນຊາດອ້ອມແອ້ມໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາຈຶ່ງຮັບຮູ້ວ່າພວກຕົນເສຍໜ້າ ເພາະໃນເມື່ອທຸກຄົນຕ່າງກໍຮູ້ວ່າ ວຽກງານນີ້ໄດ້ສຳເລັດລົງໂດຍການຊ່ວຍເຫຼືອຂອງພຣະເຈົ້າຂອງພວກເຮົາ.
ມໍເດໄກ ຄົນຢິວຜູ້ນີ້ ແມ່ນຜູ້ດຽວເທົ່ານັ້ນ ທີ່ໄດ້ຮັບຕຳແໜ່ງເປັນຜູ້ຮອງຈາກກະສັດເຊເຊັດ. ເພິ່ນໄດ້ຮັບການຍ້ອງຍໍໃຫ້ກຽດ ແລະເປັນທີ່ພໍໃຈຂອງພີ່ນ້ອງຊາວຢິວ. ເພິ່ນເຮັດວຽກເພື່ອຜົນປະໂຫຍດຂອງຊົນຊາດຂອງເພິ່ນ ແລະເພື່ອຄວາມປອດໄພຂອງລູກຫລານເຊັ່ນຕໍ່ມາທັງໝົດຂອງເພິ່ນ.
ເມື່ອຄົນຊົ່ວເຫັນການນີ້ແລ້ວກໍເກີດຄວາມບໍ່ພໍໃຈ ຈຶ່ງມີໃຈຢາກຮ້າຍດ້ວຍຄວາມກຽດຊັງຍິ່ງ. ຝ່າຍຄົນຊົ່ວຊ້ານັ້ນຈະສູນຫາຍໄປໃນທີ່ສຸດ ແລະຄວາມປາຖະໜາຂອງພວກເຂົາກໍສູນຫາຍໄປດ້ວຍ.
ຄວາມໂກດຮ້າຍຄືການຫ້ຽມໂຫດແລະການທຳລາຍ, ແຕ່ຄວາມອິດສາບໍ່ມີຫຍັງປຽບປານເທົ່າ.
ທາດຮັບໃຊ້ກາຍເປັນກະສັດ ຄົນໂງ່ຈ້າທີ່ມີຢູ່ມີກິນຕາມໃຈມັກ
ຂ້າພະເຈົ້າໄດ້ເຫັນທາດຮັບໃຊ້ຂີ່ມ້າໄປດັ່ງເຈົ້ານາຍ ໃນຂະນະທີ່ເຈົ້ານາຍພັດຍ່າງໄປດັ່ງທາດຮັບໃຊ້.
ຈິດໃຈຂອງຂ້ອຍຮໍ່າຮ້ອງເຖິງດິນແດນໂມອາບ ປະຊາຊົນພາກັນປົບໜີໄປທີ່ເມືອງໂຊອາ ແລະໄປທີ່ເມືອງເອັກລາດ-ເຊລິດຊີຢາ. ບາງຄົນຍ່າງຂຶ້ນຄ້ອຍ ຕ່າງຮ້ອງໄຫ້ໄປທີ່ເມືອງລູຫິດ; ບາງຄົນປົບໜີໄປທີ່ເມືອງໂຮໂຣນາອິມ ທັງຄວນຄາງສຽງດັງອຶກກະທຶກ.
ຕໍ່ມາ ລາວໄດ້ເອົາພວກລູກສາວຂອງກະສັດກັບປະຊາຊົນທັງໝົດ ທີ່ເຫຼືອຢູ່ໃນເມືອງມີຊະປາ ຊຶ່ງເນບູຊາຣາດານຜູ້ບັນຊາການທະຫານ ໄດ້ມອບໃຫ້ເກດາລີຢາລູກຊາຍຂອງອາຮີກຳເປັນຜູ້ເບິ່ງແຍງ ໄປເປັນຊະເລີຍເສິກ. ອິດຊະມາເອນໄດ້ຈັບພວກເຂົາໄປເປັນຊະເລີຍ ແລະອອກເດີນທາງມຸ່ງໜ້າໄປສູ່ເຂດແດນອຳໂມນ.
ປະຊາຊົນແຫ່ງເມືອງເຮັດຊະໂບນ ແລະເອເລອາເລຮ້ອງອອກມາ ແລະສຽງຮ້ອງຂອງພວກເຂົາກໍໄດ້ຍິນເຖິງເມືອງຢາຮາດ; ແລະປະຊາຊົນເມືອງໂຊອາກໍໄດ້ຍິນ ແລະສຽງນັ້ນໄດ້ຍິນໄປຮອດເມືອງໂຮໂຣນາອິມ ແລະເອັກລາດ-ເຊລີຊີຢາ. ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກລົງ.
ໄດ້ຍິນບໍສຽງຮ້ອງໄຫ້ສະອຶກສະອື້ນຂອງພວກເຂົາ ຕາມຫົນທາງຂຶ້ນໄປສູ່ເມືອງລູຮິດພຸ້ນ ເປັນສຽງຮ້ອງໄຫ້ຍ້ອນໂສກເສົ້າເສຍໃຈ ຕາມຫົນທາງລົງສູ່ເມືອງໂຮໂຣນາອິມພຸ້ນ.
ພວກເຂົາຂັດເຄືອງໃຈໃນການທີ່ທ່ານທັງສອງໄດ້ສັ່ງສອນ ແລະປະກາດແກ່ພົນລະເມືອງ ເຖິງເລື່ອງການເປັນຄືນມາຈາກຕາຍ ໂດຍອ້າງວ່າ ພຣະເຢຊູເຈົ້າຄືນພຣະຊົນແລ້ວ.
ເມື່ອພວກຫົວໜ້າພຣະວິຫານກັບຫົວໜ້າປະໂຣຫິດໄດ້ຍິນດັ່ງນັ້ນ ພວກເຂົາກໍປະຫລາດໃຈ ເຖິງເຫດການທີ່ໄດ້ເກີດຂຶ້ນກັບພວກອັກຄະສາວົກ.