Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:9 - ພຣະຄຳພີສັກສິ

9 ຂ້າພະເຈົ້າ​ສັ່ງ​ໃຫ້​ເຮັດ​ພິທີ​ຊຳລະ​ຫ້ອງ​ນີ້​ຈາກ​ມົນທິນ ແລະ​ໃຫ້​ນຳ​ເຄື່ອງໃຊ້​ປະຈຳ​ວິຫານ​ຂອງ​ພຣະເຈົ້າ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ຄືນ​ມາ​ໄວ້​ບ່ອນເກົ່າ.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:9
5 Jak'a apnaqawi uñst'ayäwi  

ແລະ​ໂອ້ລົມ​ກັບ​ພວກເຂົາ​ຢູ່​ໃນ​ນັ້ນ​ວ່າ, “ພວກທ່ານ​ຊາວ​ເລວີ ຈົ່ງ​ອຸທິດ​ພວກທ່ານ​ເອງ ແລະ​ຈົ່ງ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ. ຈົ່ງ​ຍົກຍ້າຍ​ທຸກໆ​ສິ່ງ​ທີ່​ເປັນ​ມົນທິນ​ອອກ​ໄປ​ຈາກ​ສະຖານທີ່​ສັກສິດ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ເພາະວ່າ​ພວກເຂົາ​ໄດ້​ປະກອບ​ພິທີ​ຊຳລະ​ຕ່າງໆ ແລະ​ພິທີ​ອື່ນໆ​ອີກ​ທີ່​ພຣະເຈົ້າ​ໄດ້​ສັ່ງ. ນັກຮ້ອງ​ກັບ​ພວກ​ຄົນເຝົ້າຍາມ ກໍ​ເຮັດ​ໜ້າທີ່​ຂອງ​ພວກເຂົາ​ເຊັ່ນດຽວ​ກັນ ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ ແລະ​ກະສັດ​ໂຊໂລໂມນ​ລູກຊາຍ​ຂອງ​ກະສັດ​ດາວິດ​ໄດ້​ວາງ​ໄວ້.


ທີ່​ເດີ່ນ​ດ້ານນອກ​ນັ້ນ ແມ່ນ​ຫ້ອງ​ທີ່​ຕໍ່ໄປ​ສູ່​ປະຕູ​ດ້ານໃນ​ທາງ​ດ້ານ​ເໜືອ. ປະຕູ​ນີ້​ໄຂ​ໄປ​ສູ່​ຫ້ອງໂຖງ​ຊຶ່ງ​ຢູ່​ກົງ​ກັນ​ກັບ​ເດີ່ນ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ລ້າງ​ຊາກ​ສັດ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka