ເນເຫມີຢາ 13:7 - ພຣະຄຳພີສັກສິ7 ຕໍ່ມາບໍ່ດົນ ຂ້າພະເຈົ້າກໍໄດ້ຮັບອະນຸຍາດຈາກເພິ່ນ ໃຫ້ກັບຄືນມານະຄອນເຢຣູຊາເລັມ. ຢູ່ທີ່ນະຄອນເຢຣູຊາເລັມນີ້ ຂ້າພະເຈົ້າຕົກຕະລຶງເມື່ອເຫັນວ່າ ເອລີອາຊິບໄດ້ອະນຸຍາດໃຫ້ໂຕບີຢາ ໃຊ້ຫ້ອງໃນວິຫານຂອງພຣະເຈົ້າ. Uka jalj uñjjattʼäta |
ຫລັງຈາກທຸກສິ່ງໄດ້ສຳເລັດແລ້ວ ກໍມີພວກຜູ້ນຳຂອງຊາວອິດສະຣາເອນບາງຄົນໄດ້ມາຫາຂ້າພະເຈົ້າ ແລະບອກວ່າ, “ປະຊາຊົນ ບັນດາປະໂຣຫິດ ແລະຊາວເລວີບໍ່ໄດ້ຮັກສາຕົວຄື: ບໍ່ແຍກອອກຈາກປະຊາຊົນທີ່ຢູ່ໃນປະເທດໃກ້ຄຽງນີ້ ເຊັ່ນ: ອຳໂມນ, ໂມອາບ ແລະເອຢິບຫລືຈາກຊາວການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະອາໂມ. ພວກເຂົາໄດ້ເຮັດໃນສິ່ງທີ່ໜ້າກຽດຊັງເໝືອນກັນກັບພວກນີ້ໄດ້ເຮັດ.
ເພິ່ນໄດ້ອະນຸຍາດໃຫ້ໂຕບີຢາໃຊ້ຫ້ອງໃຫຍ່ຫ້ອງໜຶ່ງ ຊຶ່ງແຕ່ກ່ອນໄດ້ໃຊ້ມ້ຽນເຄື່ອງຖວາຍໂດຍສະເພາະເຊັ່ນ: ພືດຜົນເປັນເມັດກັບເຄື່ອງຫອມ, ເຄື່ອງໃຊ້ປະຈຳພຣະວິຫານ, ເຄື່ອງຖວາຍຕ່າງໆສຳລັບບັນດາປະໂຣຫິດ ແລະໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ໄດ້ຖວາຍໃຫ້ຊາວເລວີ, ໃຫ້ພວກນັກຮ້ອງ ແລະໃຫ້ພວກຄົນເຝົ້າຍາມ.