Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:5 - ພຣະຄຳພີສັກສິ

5 ເພິ່ນ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ​ໃຊ້​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ ຊຶ່ງ​ແຕ່​ກ່ອນ​ໄດ້​ໃຊ້​ມ້ຽນເຄື່ອງ​ຖວາຍ​ໂດຍ​ສະເພາະ​ເຊັ່ນ: ພືດຜົນ​ເປັນເມັດ​ກັບ​ເຄື່ອງຫອມ, ເຄື່ອງໃຊ້​ປະຈຳ​ພຣະວິຫານ, ເຄື່ອງ​ຖວາຍ​ຕ່າງໆ​ສຳລັບ​ບັນດາ​ປະໂຣຫິດ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ໄດ້​ຖວາຍ​ໃຫ້​ຊາວ​ເລວີ, ໃຫ້​ພວກ​ນັກຮ້ອງ ແລະ​ໃຫ້​ພວກ​ຄົນເຝົ້າຍາມ.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:5
9 Jak'a apnaqawi uñst'ayäwi  

ຕາມ​ຄຳສັ່ງ​ຂອງ​ກະສັດ, ພວກເຂົາ​ໄດ້​ຕຽມ​ຫ້ອງ​ມ້ຽນ​ເຄື່ອງ​ໄວ້​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ


ຊ່າງ​ໄມ້ ແລະ​ຊ່າງ​ກໍ່ ເພື່ອ​ຊື້​ຫີນ​ແລະ​ຊື້​ໄມ້​ສຳລັບ​ສ້ອມແປງ​ອາຄານ ທີ່​ກະສັດ​ຂອງ​ຢູດາຍ​ໄດ້​ປ່ອຍ​ໃຫ້​ເພພັງ​ລົງ.


ລູກຊາຍກົກ​ແຕ່ລະຄົນ​ຂອງ​ພວກ​ຂ້ານ້ອຍ ຈະ​ຕ້ອງ​ຖືກ​ນຳ​ໄປ​ຫາ​ປະໂຣຫິດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຖວາຍ​ລາວ​ແກ່​ພຣະເຈົ້າ​ຢູ່​ໃນ​ທີ່ນັ້ນ ຕາມ​ທີ່​ກົດບັນຍັດ​ໄດ້​ຂຽນ​ໄວ້. ພວກ​ຂ້ານ້ອຍ​ຍັງ​ຈະ​ຖວາຍ​ລູກກົກ​ຂອງ​ງົວເຖິກ, ຂອງ​ງົວແມ່​ແຕ່ລະໂຕ ແລະ​ລູກກົກ​ຂອງ​ແກະເຖິກ ຫລື​ລູກແກະ ຫລື​ລູກ​ແບ້​ແຕ່ລະໂຕ​ດ້ວຍ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ໄປ​ກັບ​ຊາວ​ເລວີ ເມື່ອ​ເກັບ​ເອົາ​ໜຶ່ງສ່ວນສິບ​ນັ້ນ; ແລະ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໃຫ້​ຊາວ​ເລວີ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ຂອງ​ພວກຕົນ ຊຶ່ງ​ໄດ້​ມາ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ນີ້ ໃຫ້​ແກ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເໝືອນກັນ.


ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ຊອກ​ຫາ​ຜູ້​ຮັບຜິດຊອບ​ບ່ອນ​ມ້ຽນ​ເຄື່ອງຂອງ ທີ່​ຄົນ​ນຳ​ມາ​ບໍລິຈາກ​ສຳລັບ​ພຣະວິຫານ ຊຶ່ງ​ປະກອບ​ດ້ວຍ​ໜຶ່ງສ່ວນສິບ, ຜົນລະປູກ​ເທື່ອ​ທຳອິດ​ຂອງ​ພືດຜົນ​ເປັນເມັດ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ໃນ​ຕົ້ນປີ. ຄົນ​ເຫຼົ່ານີ້​ແມ່ນ​ຮັບຜິດຊອບ​ຮວບຮວມ​ເຄື່ອງປູກ​ຂອງຝັງ ຈາກ​ໄຮ່​ນາ​ໃກ້ຄຽງ​ໃນ​ເມືອງ​ຕ່າງໆ​ທີ່​ນຳ​ມາ​ບໍລິຈາກ ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້. ປະຊາຊົນ​ຊາວ​ຢູດາ​ທັງໝົດ​ຕ່າງ​ກໍ​ພໍໃຈ​ນຳ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ


ຕໍ່ມາ​ບໍ່​ດົນ ຂ້າພະເຈົ້າ​ກໍໄດ້​ຮັບ​ອະນຸຍາດ​ຈາກ​ເພິ່ນ ໃຫ້​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ຂ້າພະເຈົ້າ​ຕົກ​ຕະລຶງ​ເມື່ອ​ເຫັນ​ວ່າ ເອລີອາຊິບ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ ໃຊ້​ຫ້ອງ​ໃນ​ວິຫານ​ຂອງ​ພຣະເຈົ້າ.


ທີ່​ເດີ່ນ​ດ້ານນອກ​ນັ້ນ ແມ່ນ​ຫ້ອງ​ທີ່​ຕໍ່ໄປ​ສູ່​ປະຕູ​ດ້ານໃນ​ທາງ​ດ້ານ​ເໜືອ. ປະຕູ​ນີ້​ໄຂ​ໄປ​ສູ່​ຫ້ອງໂຖງ​ຊຶ່ງ​ຢູ່​ກົງ​ກັນ​ກັບ​ເດີ່ນ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ລ້າງ​ຊາກ​ສັດ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka