Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:4 - ພຣະຄຳພີສັກສິ

4 ປະໂຣຫິດ​ເອລີອາຊິບ ຜູ້​ທີ່​ຮັບຜິດຊອບ​ຄັງ​ມ້ຽນ​ເຄື່ອງຂອງ​ພຣະວິຫານ ໄດ້​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ໂຕບີຢາ​ເປັນ​ເວລາ​ດົນນານ.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:4
7 Jak'a apnaqawi uñst'ayäwi  

ເຢຊູອາ​ເປັນ​ພໍ່​ຂອງ​ໂຢອີອາກິມ; ໂຢອີອາກິມ​ເປັນ​ພໍ່​ຂອງ​ເອລີອາຊິບ; ເອລີອາຊິບ​ເປັນ​ພໍ່​ຂອງ​ໂຢອີອາດາ;


ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ຊອກ​ຫາ​ຜູ້​ຮັບຜິດຊອບ​ບ່ອນ​ມ້ຽນ​ເຄື່ອງຂອງ ທີ່​ຄົນ​ນຳ​ມາ​ບໍລິຈາກ​ສຳລັບ​ພຣະວິຫານ ຊຶ່ງ​ປະກອບ​ດ້ວຍ​ໜຶ່ງສ່ວນສິບ, ຜົນລະປູກ​ເທື່ອ​ທຳອິດ​ຂອງ​ພືດຜົນ​ເປັນເມັດ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ໃນ​ຕົ້ນປີ. ຄົນ​ເຫຼົ່ານີ້​ແມ່ນ​ຮັບຜິດຊອບ​ຮວບຮວມ​ເຄື່ອງປູກ​ຂອງຝັງ ຈາກ​ໄຮ່​ນາ​ໃກ້ຄຽງ​ໃນ​ເມືອງ​ຕ່າງໆ​ທີ່​ນຳ​ມາ​ບໍລິຈາກ ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້. ປະຊາຊົນ​ຊາວ​ຢູດາ​ທັງໝົດ​ຕ່າງ​ກໍ​ພໍໃຈ​ນຳ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ


ໂຢອີອາດາ​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ, ແຕ່​ລູກຊາຍ​ຜູ້ໜຶ່ງ​ຂອງ​ໂຢອີອາດາ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ສານບັນລັດ ຈາກ​ເມືອງ​ເບັດ​ໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຫ້​ໂຢອີອາດາ ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ.


ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.


ຕໍ່ໄປນີ້​ແມ່ນ​ເລື່ອງ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ມະຫາ​ປະໂຣຫິດ​ເອລີອາຊິບ​ກັບ​ເພື່ອນ​ປະໂຣຫິດ​ຄົນອື່ນໆ ໄດ້​ສ້າງ​ປະຕູ​ຄອກ​ແກະ​ຂຶ້ນ​ໃໝ່ ເພື່ອ​ອຸທິດ​ຖວາຍ ແລະ​ຕັ້ງ​ປະຕູ​ໃນ​ບ່ອນ​ຂອງ​ມັນ. ພວກເຂົາ​ໄດ້​ອຸທິດ​ຖວາຍ​ກຳແພງ​ເມືອງ ຊຶ່ງ​ຍາວ​ອອກ​ໄປ​ຈົນຮອດ​ຫໍຄອຍ​ໜຶ່ງຮ້ອຍ ແລະ​ຫໍຄອຍ​ຂອງ​ຮານາເນນ.


ສານບັນລັດ, ໂຕບີຢາ, ເກເຊມ​ຊາວ​ອາຣັບ ແລະ​ເຫຼົ່າ​ສັດຕູ​ອື່ນໆ​ຮູ້​ຂ່າວ​ວ່າ ພວກເຮົາ​ໄດ້​ສ້າງ​ກຳແພງ​ເມືອງ​ສຳເລັດ​ແລ້ວ ແລະ​ບໍ່ມີ​ປ່ອງ​ບໍ່ມີ​ຮູ​ເຫຼືອ​ຢູ່​ເລີຍ; ເຖິງແມ່ນ​ວ່າ​ພວກເຮົາ​ຍັງ​ບໍ່​ທັນ​ໄດ້​ຕັ້ງ​ປະຕູ​ຂຶ້ນ​ຕາມ​ວົງ​ຂອງ​ມັນ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka