Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:2 - ພຣະຄຳພີສັກສິ

2 ເລື່ອງ​ນີ້​ໄດ້​ສືບເນື່ອງ​ມາ​ຈາກ​ຊາວ​ອຳໂມນ ແລະ​ຊາວ​ໂມອາບ ບໍ່​ຍອມ​ໃຫ້​ອາຫານ ແລະ​ນໍ້າ​ແກ່​ຊາວ​ອິດສະຣາເອນ ໃນ​ຄາວ​ທີ່​ພວກເຂົາ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ. ແຕ່​ພວກເຂົາ​ຊໍ້າ​ພັດ​ໃຊ້​ເງິນ​ໄປ​ຈ້າງ​ບາລາອາມ ເພື່ອ​ມາ​ສາບແຊ່ງ​ຊາດ​ອິດສະຣາເອນ; ແຕ່​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ປ່ຽນ​ຄຳສາບແຊ່ງ​ມາ​ເປັນ​ຄຳອວຍພອນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:2
12 Jak'a apnaqawi uñst'ayäwi  

ພວກເຂົາ​ພາກັນ​ຢາກ​ສາບແຊ່ງ​ນິນທາ​ຂ້ານ້ອຍ ແຕ່​ພຣະອົງ​ຈະ​ອວຍພອນ​ແກ່​ຂ້ານ້ອຍ​ໄດ້. ຂໍ​ໃຫ້​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ພ່າຍແພ້​ໜີໄປ ແລະ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ​ເຖີດ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ແລະ​ບາລາອາມ​ກໍ​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ ລູກຊາຍ​ຊິບໂປ​ເອີຍ ທ່ານ​ຢ່າ​ເມີນເສີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ຕ້ອງ​ກ່າວ.


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


ຢ່າ​ນັບ​ຊາວ​ອຳໂມນ​ຫລື​ຊາວ​ໂມອາບ ຫລື​ລູກຫລານ​ຂອງ​ພວກເຂົາ​ເຖິງ​ສິບ​ຊົ່ວ​ເຊັ່ນ​ຄົນ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ບໍ່​ຍອມ​ໃຫ້​ສະບຽງ​ອາຫານ​ແລະ​ນໍ້າ​ແກ່​ພວກເຈົ້າ ຄາວ​ເມື່ອ​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ, ແຕ່​ພວກເຂົາ​ຊໍ້າ​ໄດ້​ຈ້າງ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຈາກ​ເມືອງ​ເປໂທ​ໃນ​ເມໂຊໂປຕາເມຍ ມາ​ສາບແຊ່ງ​ພວກເຈົ້າ.


ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ຟັງ​ບາລາອາມ; ພຣະອົງ​ຈຶ່ງ​ປ່ຽນ​ຄຳສາບແຊ່ງ​ນັ້ນ​ມາ​ເປັນ​ຄຳອວຍພອນ ເພາະວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮັກ​ພວກເຈົ້າ.


ພວກເຂົາ​ໄດ້​ປະຖິ້ມ​ທາງ​ຊື່ ຈຶ່ງ​ຫລົງ​ທາງ​ໄປ, ພວກເຂົາ​ຕິດຕາມ​ທາງ​ຂອງ​ບາລາອາມ ລູກ​ເບອໍ ຜູ້​ຊຶ່ງ​ມັກ​ລາງວັນ​ທີ່​ມາ​ຈາກ​ການ​ອະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka