Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:16 - ພຣະຄຳພີສັກສິ

16 ມີ​ຊາວ​ເມືອງ​ຕີເຣ​ບາງຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ປາ ແລະ​ສິນຄ້າ​ນາໆ​ຊະນິດ​ທີ່​ມີ​ໃນ​ເມືອງ ມາ​ຂາຍ​ໃຫ້​ປະຊາຊົນ​ຂອງ​ພວກເຮົາ​ໃນ​ວັນ​ຊະບາໂຕ.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:16
5 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ທີ່​ແຂວງ​ຢູດາຍ ບີບ​ໝາກອະງຸ່ນ​ໃນ​ວັນ​ຊະບາໂຕ. ພວກ​ອື່ນ​ອີກ​ພວມ​ຂົນ​ເອົາ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ​ສິ່ງຂອງ​ອື່ນໆ​ໃສ່​ເທິງ​ຫລັງ​ລໍ​ຂອງ​ພວກເຂົາ ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ; ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຂົາ​ບໍ່​ໃຫ້​ຂາຍ​ສິ່ງໃດໆ​ໃນ​ວັນ​ຊະບາໂຕ.


ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ບັນດາ​ຜູ້ນຳ​ຊາວຢິວ ໂດຍ​ບອກ​ພວກເຂົາ​ວ່າ, “ເບິ່ງ​ຄວາມ​ຊົ່ວຊ້າ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ດູ ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.


ແຕ່​ໃນ​ວັນ​ທີ​ເຈັດ ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ. ໃນວັນນີ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ລູກ​ຊາຍ​ຍິງ​ກັບ​ຄົນ​ຮັບໃຊ້ ແລະ​ສັດ​ລ້ຽງ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ເຈົ້າ ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.


ແຕ່​ວັນ​ທີ​ເຈັດ​ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ມື້ນີ້​ບໍ່​ໃຫ້​ຜູ້ໃດ​ເຮັດ​ວຽກ ພວກເຈົ້າ​ເອງ​ພ້ອມດ້ວຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ, ງົວ, ລໍ ແລະ ສັດ​ລ້ຽງ​ອື່ນໆ​ຂອງ​ພວກເຈົ້າ, ຕະຫລອດ​ທັງ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ​ຕ້ອງ​ຢຸດພັກ​ເຊັ່ນດຽວ​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka