ເນເຫມີຢາ 13:12 - ພຣະຄຳພີສັກສິ12 ຕໍ່ມາ ປະຊາຊົນອິດສະຣາເອນທຸກຄົນຈຶ່ງເລີ່ມຕົ້ນນຳໜຶ່ງສ່ວນສິບ ມາສູ່ຄັງຂອງພຣະວິຫານເຊັ່ນ: ພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ. Uka jalj uñjjattʼäta |
ໃນເວລານັ້ນ ພວກເຂົາໄດ້ຊອກຫາຜູ້ຮັບຜິດຊອບບ່ອນມ້ຽນເຄື່ອງຂອງ ທີ່ຄົນນຳມາບໍລິຈາກສຳລັບພຣະວິຫານ ຊຶ່ງປະກອບດ້ວຍໜຶ່ງສ່ວນສິບ, ຜົນລະປູກເທື່ອທຳອິດຂອງພືດຜົນເປັນເມັດ ແລະໝາກໄມ້ສຸກເທື່ອທຳອິດໃນຕົ້ນປີ. ຄົນເຫຼົ່ານີ້ແມ່ນຮັບຜິດຊອບຮວບຮວມເຄື່ອງປູກຂອງຝັງ ຈາກໄຮ່ນາໃກ້ຄຽງໃນເມືອງຕ່າງໆທີ່ນຳມາບໍລິຈາກ ສຳລັບພວກປະໂຣຫິດແລະຊາວເລວີ ຕາມທີ່ກົດບັນຍັດໄດ້ກຳນົດໄວ້. ປະຊາຊົນຊາວຢູດາທັງໝົດຕ່າງກໍພໍໃຈນຳພວກປະໂຣຫິດແລະຊາວເລວີ
ຈົ່ງນຳໜຶ່ງສ່ວນສິບເຕັມຈຳນວນມາທີ່ວິຫານຂອງເຮົາ ເພື່ອວ່າໃນທີ່ນັ້ນຈະມີອາຫານຢ່າງເຕັມບໍຣິບູນ. ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ແລະພວກເຈົ້າຈະເຫັນວ່າ ເຮົາຈະໄຂປະຕູສະຫວັນ ແລະຖອກເທພຣະພອນນາໆຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ.