Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:10 - ພຣະຄຳພີສັກສິ

10 ຂ້າພະເຈົ້າ​ຮູ້​ເຊັ່ນກັນ​ວ່າ ພວກ​ນັກຮ້ອງ ແລະ​ຊາວ​ເລວີ​ຄົນອື່ນໆ ໄດ້​ໜີ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ກັບຄືນ​ໄປ​ເຮັດ​ໄຮ່​ເຮັດ​ນາ​ຂອງ​ພວກເຂົາ ເພາະ​ປະຊາຊົນ​ບໍ່ໄດ້​ບໍລິຈາກ​ເຄື່ອງຂອງ​ໃຫ້​ພວກເຂົາ​ພຽງພໍ​ເພື່ອ​ການ​ດຳລົງ​ຊີວິດ​ຢູ່.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:10
11 Jak'a apnaqawi uñst'ayäwi  

ນອກຈາກນີ້​ອີກ ກະສັດ​ຍັງ​ບອກ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ໃຫ້​ນຳ​ເຄື່ອງ​ຖວາຍ​ຊຶ່ງ​ໄດ້​ກຳນົດ​ໄວ້​ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ນັ້ນ​ມາ ເພື່ອ​ພວກເຂົາ​ຈະ​ໄດ້​ອຸທິດ​ເວລາ​ທັງໝົດ​ໃສ່​ການ​ປະຕິບັດ ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ປະຊາຊົນ​ຊາວ​ອິດສະຣາເອນ ແລະ​ຊາວ​ເລວີ​ຈະ​ຕ້ອງ​ບໍລິຈາກ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ໄວ້​ໃນ​ຄັງ​ບ່ອນ​ມ້ຽນ​ເຄື່ອງໃຊ້​ປະຈຳ​ພຣະວິຫານ ໃນ​ບ່ອນ​ທີ່​ບັນດາ​ປະໂຣຫິດ​ປະຈຳການ, ໃນ​ບ່ອນ​ພວກ​ຄົນເຝົ້າຍາມ ແລະ​ໃນ​ບ່ອນ​ທີ່​ສະມາຊິກ​ກຸ່ມ​ນັກຮ້ອງ​ອາໄສ​ຢູ່. ພວກ​ຂ້ານ້ອຍ​ຈະ​ບໍ່​ລະເລີຍ​ຕໍ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ໃນ​ສະໄໝ​ຂອງ​ເຊຣຸບບາເບນ ແລະ​ໃນ​ສະໄໝ​ຂອງ​ເນເຫມີຢາ​ເຊັ່ນກັນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ກໍໄດ້​ບໍລິຈາກ​ຂອງຂວັນ​ປະຈຳວັນ ເພື່ອ​ສະໜັບ​ສະໜູນ​ພວກ​ນັກຮ້ອງ ແລະ​ພວກ​ເຝົ້າຍາມ. ປະຊາຊົນ​ໄດ້​ມອບ​ຂອງ​ຖວາຍ​ອັນ​ສັກສິດ​ນີ້​ໃຫ້​ແກ່​ຊາວ​ເລວີ ແລະ​ຊາວ​ເລວີ​ໄດ້​ມອບ​ສ່ວນ​ທີ່​ຕ້ອງການ ຕາມ​ທີ່​ໄດ້​ບົ່ງ​ໄວ້​ນັ້ນ ໃຫ້​ພວກ​ປະໂຣຫິດ.


ພວກເຈົ້າ​ບໍ່ໄດ້​ນຳ​ແກະ​ມາ​ຂ້າ​ຖວາຍບູຊາ​ເຮົາ​ເລີຍ ບໍ່ໄດ້​ໃຫ້ກຽດ​ເຮົາ​ດ້ວຍ​ເຄື່ອງບູຊາ​ຂອງ​ພວກເຈົ້າ. ເຮົາ​ບໍ່ໄດ້​ໃຫ້​ພາລະໜັກ​ໂດຍ​ຖາມ​ເອົາ​ເຄື່ອງບູຊາ ຫລື​ໃຫ້​ອິດເມື່ອຍ​ໂດຍ​ຖາມ​ຫາ​ເຄື່ອງຫອມ​ບູຊາ​ອີກ.


ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ​ເປັນ​ການ​ຖືກຕ້ອງ​ບໍ​ທີ່​ມະນຸດ​ສໍ້ໂກງ​ພຣະເຈົ້າ? ແນ່ນອນ​ບໍ່​ເປັນ​ການ​ຖືກຕ້ອງ, ແຕ່​ພວກເຈົ້າ​ຕ່າງ​ກໍ​ສໍ້ໂກງ​ເຮົາ. ພວກເຈົ້າ​ຖາມ​ວ່າ, ‘ສໍ້ໂກງ​ຢ່າງໃດ?’ ກໍ​ສໍ້ໂກງ​ໃນ​ເລື່ອງ​ໜຶ່ງສ່ວນສິບ ແລະ​ເຄື່ອງຖວາຍ​ຕ່າງໆ​ນັ້ນ​ແຫຼະ.


“ຈົ່ງ​ມອບ​ບາງ​ເມືອງ​ລວມ​ທັງ​ທົ່ງຫຍ້າ​ຢູ່​ອ້ອມແອ້ມ​ດິນແດນ ທີ່​ຊາວ​ອິດສະຣາເອນ​ໄດ້​ຮັບ​ນັ້ນ​ໃຫ້​ແກ່​ພວກ​ເລວີ.


ຈົ່ງ​ໃຫ້​ແນ່ໃຈ​ເໝືອນກັນ​ວ່າ ຊາວ​ເລວີ​ບໍ່ໄດ້​ຖືກ​ປ່ອຍປະ ຕາບໃດ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka