Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 13:1 - ພຣະຄຳພີສັກສິ

1 ເມື່ອ​ກຳລັງ​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ປະຊາຊົນ​ຟັງ​ຢູ່​ນັ້ນ ພວກເຂົາ​ກໍ​ອ່ານ​ມາ​ຮອດ​ຕອນ​ທີ່​ໄດ້​ກ່າວ​ວ່າ ບໍ່ມີ​ຊາວ​ອຳໂມນ ຫລື​ຊາວ​ໂມອາບ​ໃດໆ ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເນເຫມີຢາ 13:1
22 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ກໍໄດ້​ເຂົ້າໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ຕິດຕາມ​ໂດຍ​ພວກ​ປະໂຣຫິດ​ແລະ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ທຸກຄົນ​ທັງ​ຜູ້​ຮັ່ງມີ ແລະ​ຜູ້​ຍາກຈົນ. ກະສັດ​ໄດ້​ອ່ານ​ທຸກ​ຖ້ອຍຄຳ​ໃນ​ປື້ມ​ພັນທະສັນຍາ ທີ່​ໄດ້​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ຊ້ອງໜ້າ​ພວກເຂົາ​ທຸກຄົນ.


ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກໍ​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ມີ​ຜູ້ຊາຍ​ຢິວ​ຫລາຍ​ຄົນ​ໄດ້​ແຕ່ງງານ​ກັບ​ຜູ້ຍິງ​ຊາວ​ເມືອງ​ອາຊະໂດດ, ອຳໂມນ ແລະ​ໂມອາບ.


ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.


ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”


ໂຕບີຢາ​ຊາວ​ອຳໂມນ​ຜູ້​ທີ່​ຢືນ​ຢູ່​ໃກ້​ກັບ​ລາວ​ໃນ​ທີ່ນັ້ນ​ເວົ້າ​ຂຶ້ນ​ວ່າ, “ພວກເຂົາ​ສ້າງ​ກຳແພງ​ຂຶ້ນ​ແບບ​ໃດ​ກັນ? ແມ່ນແຕ່​ໝາ​ແລ່ນ​ຕຳ​ກໍ​ຍັງ​ຊິລົ້ມ.”


ດັ່ງນັ້ນ ເອຊະຣາ​ຈຶ່ງ​ນຳ​ເອົາ​ໜັງສື​ນັ້ນ​ອອກ​ມາ​ຍັງ​ບ່ອນ​ທີ່​ປະຊາຊົນ​ໄດ້​ເຕົ້າໂຮມ​ກັນ ຄື​ມີ​ຜູ້ຊາຍ, ແມ່ຍິງ ແລະ​ເດັກນ້ອຍ​ທີ່​ໃຫຍ່​ພໍ​ຈະ​ເຂົ້າໃຈ​ໄດ້.


ເປັນ​ເວລາ​ເກືອບ​ສາມ​ຊົ່ວໂມງ ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ມີ​ການ​ອ່ານ​ສູ່​ພວກເຂົາ​ຟັງ ແລະ​ໃນ​ສາມ​ຊົ່ວໂມງ​ຕໍ່ໄປ ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ຈົ່ງ​ຄົ້ນເບິ່ງ​ໃນ​ໜັງສື​ຂອງ​ພຣະເຈົ້າຢາເວ ກ່ຽວກັບ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ວ່າ ມີ​ກ່າວ​ໄວ້​ຢ່າງໃດ. ສັດ​ເຫຼົ່ານີ້​ຈະ​ບໍ່​ຂາດ​ໄປ​ຈັກ​ໂຕ​ແລະ​ຈະ​ບໍ່ມີ​ໂຕ​ໃດ​ຂາດຄູ່. ພຣະເຈົ້າຢາເວ​ສັ່ງ​ໄວ້​ເພື່ອ​ໃຫ້​ເປັນ​ດັ່ງນັ້ນ ວິນຍານ​ຂອງ​ພຣະອົງ​ຈະ​ເປັນ​ຜູ້ນຳ​ສັດ​ເຫຼົ່ານີ້​ມາ​ເຕົ້າໂຮມ​ກັນ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ເຖິງ​ດິນແດນ​ໂມອາບ​ວ່າ, “ຊາວ​ເມືອງ​ເນໂບ​ຊ່າງ​ໜ້າສົງສານ​ແທ້ເດ ເມືອງ​ຂອງ​ພວກເຂົາ​ຖືກ​ທຳລາຍ​ຈິບຫາຍ​ສາ​ແລ້ວ ເມືອງ​ກີຣິອາດທາອິມ​ກໍ​ຖືກ​ຢຶດ​ໄດ້​ແລ້ວ​ຄືກັນ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ແໜ້ນໜາ​ກໍ​ຖືກ​ທັບມ້າງ. ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ ແລະ​ພວກເຂົາ​ກໍ​ຖືກ​ອັບອາຍ​ຂາຍໜ້າ;


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອຳໂມນ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຮັດ​ເສິກ​ຢຶດເອົາ​ອານາເຂດ​ຂອງ​ຄົນອື່ນ​ຕື່ມ ແລ້ວ​ພວກເຂົາ​ກໍ​ຍັງ​ໄດ້​ແຫກ​ທ້ອງ​ພວກ​ແມ່ມານ​ໃນ​ເມືອງ​ກີເລອາດ.


ເພິ່ນ​ຈຶ່ງ​ໄດ້​ສົ່ງ​ຄະນະທູດ​ໄປ​ເຊີນ​ເອົາ​ບາລາອາມ​ລູກຊາຍ​ຂອງ​ເບອໍ ຜູ້​ທີ່​ອາໄສ​ຢູ່​ໃນ​ເປໂທ ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ທີ່​ດິນແດນ​ອາມາວ. ພວກເຂົາ​ໄດ້​ນຳ​ຂ່າວ​ຈາກ​ເຈົ້າ​ບາຫລາກ​ໄປ​ບອກ​ດັ່ງນີ້: “ເຮົາ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ມີ​ຊົນຊາດ​ໜຶ່ງ​ໄດ້​ມາ​ຈາກ​ປະເທດ​ເອຢິບ, ປະຊາຊົນ​ຂອງ​ຊາດ​ນີ້​ກຳລັງ​ແຜ່ຜາຍ​ໄປ​ທົ່ວ​ທຸກແຫ່ງ ແລະ​ກຳລັງ​ມີ​ອຳນາດ​ເໜືອ​ດິນແດນ​ຂອງ​ພວກເຮົາ.


ພຣະເຢຊູເຈົ້າ​ຕອບ​ລາວ​ແບບ​ຖາມ​ຄືນ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງ​ໃດ? ເມື່ອ​ທ່ານ​ອ່ານ​ແລ້ວ ເຂົ້າໃຈ​ຢ່າງ​ໃດ?”


ຫລັງຈາກ​ການ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ສິ້ນສຸດ​ແລ້ວ ຜູ້​ປົກຄອງ​ທຳມະສາລາ ກໍ​ໃຊ້​ຄົນ​ໄປ​ບອກ​ບາຣະນາບາ​ກັບ​ໂປໂລ​ວ່າ, “ພີ່ນ້ອງ​ເອີຍ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫຼົ່ານີ້​ເຊີນ​ກ່າວ​ໄດ້.”


ເພາະວ່າ​ຕັ້ງແຕ່​ດົນນານ​ມາ​ແລ້ວ, ກໍ​ມີ​ຜູ້​ປະກາດ​ກົດບັນຍັດ​ຂອງ​ໂມເຊ​ໃນ​ທຸກ​ເມືອງ ແລະ​ເພິ່ນ​ໄດ້​ອ່ານ​ເລື່ອງ​ນີ້​ໃນ​ທຳມະສາລາ​ຕ່າງໆ ໃນ​ທຸກ​ວັນ​ຊະບາໂຕ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka