Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 11:4 - ພຣະຄຳພີສັກສິ

4 ບັນດາ​ສະມາຊິກ​ຂອງ​ເຜົ່າຢູດາ: ອາທາອີຢາ​ລູກຊາຍ​ຂອງ​ອຸດຊີຢາ ແລະ​ຫລານຊາຍ​ຂອງ​ເຊກາຣີຢາ. ບັນພະບຸລຸດ​ຄົນອື່ນ​ຂອງ​ລາວ​ມີ​ດັ່ງນີ້: ອາມາຣີຢາ, ເຊຟາຕີຢາ ແລະ​ມະຫາລາເລນ ເຊື້ອສາຍ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.

Uka jalj uñjjattʼäta Copia luraña




ເນເຫມີຢາ 11:4
7 Jak'a apnaqawi uñst'ayäwi  

ແຕ່​ເດັກນ້ອຍ​ຫົດ​ມື​ເຂົ້າ​ຄືນ ແລະ​ນ້ອງ​ຂອງ​ລາວ​ຈຶ່ງ​ເກີດ​ກ່ອນ. ແລ້ວ​ນາງ​ຜະດຸງຄັນ​ກໍ​ເວົ້າ​ວ່າ, “ອ້າວ! ຊ່າງ​ແຫກ​ອອກ​ມາ​ໄດ້.” ສະນັ້ນ ເດັກນ້ອຍ​ຜູ້​ນີ້​ຈຶ່ງ​ມີ​ຊື່​ວ່າ ເປເຣັດ.


ທັງໝົດ​ນີ້ ແມ່ນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ສ່ວນ​ຄົນອື່ນໆ​ໄດ້​ໄປ​ອາໄສ​ຕາມ​ເມືອງນ້ອຍ ເມືອງ​ໃຫຍ່ ຊຶ່ງ​ມີ​ລາຍຊື່​ຕໍ່ໄປນີ້: ບັນດາ​ປະໂຣຫິດ​ຊາວ​ເລວີ, ຜູ້ຮັບໃຊ້​ໃນ​ພຣະວິຫານ ແລະ​ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ກໍໄດ້​ອາໄສ​ຢູ່​ໃນ​ເມືອງ ທີ່​ເປັນ​ສົມບັດ​ຂອງ​ພວກເຂົາ. ບັນຊີ​ລາຍຊື່​ຂອງ​ປະຊາຊົນ​ຊັ້ນ​ຜູ້ນຳ​ຂອງ​ຢູດາ ທີ່​ໄດ້​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້:


ມາອາເສອີຢາ​ລູກຊາຍ​ຂອງ​ບາຣຸກ ແລະ​ຫລານຊາຍ​ຂອງ​ກົນໂຮເຊ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາອີຢາ, ອາດາອີຢາ, ໂຢອີອາຣິບ ແລະ​ເຊກາຣີຢາ ເຊື້ອສາຍ​ຂອງ​ເຊລາ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.


ນາໂຊນ​ເປັນ​ລູກຊາຍ​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ລູກຊາຍ​ຂອງ​ອັດມີນ, ອັດມີນ​ເປັນ​ລູກຊາຍ​ຂອງ​ອານີ, ອານີ​ເປັນ​ລູກຊາຍ​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ລູກຊາຍ​ຂອງ​ເປເຣັດ, ເປເຣັດ​ເປັນ​ລູກຊາຍ​ຂອງ​ຢູດາ,


ເຊື້ອສາຍ​ຂອງ​ດາວິດ​ນັບ​ແຕ່​ເປເຣັດ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka