ເນເຫມີຢາ 11:3 - ພຣະຄຳພີສັກສິ3 ທັງໝົດນີ້ ແມ່ນບັນດາຜູ້ນຳຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ສ່ວນຄົນອື່ນໆໄດ້ໄປອາໄສຕາມເມືອງນ້ອຍ ເມືອງໃຫຍ່ ຊຶ່ງມີລາຍຊື່ຕໍ່ໄປນີ້: ບັນດາປະໂຣຫິດຊາວເລວີ, ຜູ້ຮັບໃຊ້ໃນພຣະວິຫານ ແລະເຊື້ອສາຍຂອງຜູ້ຮັບໃຊ້ຂອງກະສັດໂຊໂລໂມນ ກໍໄດ້ອາໄສຢູ່ໃນເມືອງ ທີ່ເປັນສົມບັດຂອງພວກເຂົາ. ບັນຊີລາຍຊື່ຂອງປະຊາຊົນຊັ້ນຜູ້ນຳຂອງຢູດາ ທີ່ໄດ້ມາຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: Uka jalj uñjjattʼäta |
ບັນດາປະໂຣຫິດຊາວເລວີແລະປະຊາຊົນບາງພວກ ກໍໄດ້ຕັ້ງຖິ່ນຖານຢູ່ໃນ ຫລືຢູ່ໃກ້ນະຄອນເຢຣູຊາເລັມ; ພວກນັກດົນຕຼີ, ພວກເຝົ້າຍາມພຣະວິຫານ ແລະພວກເຮັດວຽກປະຈຳພຣະວິຫານກໍຕັ້ງຖິ່ນຖານຢູ່ໃນເມືອງ; ແລະຊາວອິດສະຣາເອນທີ່ຍັງເຫລືອ ກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງທີ່ພວກບັນພະບຸລຸດຂອງພວກຕົນເຄີຍອາໄສຢູ່.