2 ປະຊາຊົນໄດ້ຍ້ອງຍໍຜູ້ທີ່ອາສາສະໝັກເຂົ້າໄປຢູ່ໃນນະຄອນເຢຣູຊາເລັມ.
ນະຄອນເຢຣູຊາເລັມເປັນເມືອງໃຫຍ່ເມືອງໜຶ່ງ ແຕ່ບໍ່ມີຫລາຍຄົນຢູ່ອາໄສ ແລະເຮືອນທີ່ປຸກຂຶ້ນໃໝ່ກໍບໍ່ມີຫລາຍຫລັງເທື່ອ.
ຄົນຂັດສົນທີ່ສຸດນັ້ນຕ່າງກໍກ່າວຊົມເຊີຍ ຂ້ອຍເຄີຍຊ່ວຍໃຫ້ຄວາມປອດໄພແກ່ແມ່ໝ້າຍ.
ຂ້ອຍກໍເອົາເສື້ອເປັນຂົນແກະໃຫ້ລາວນຸ່ງ ຊຶ່ງໄດ້ມາຈາກຝູງແກະຂອງຂ້ອຍເອງ. ແລ້ວລາວກໍກ່າວຍ້ອງຂ້ອຍທັງຮັກຫໍ່ຊົມເຊີຍ ດ້ວຍຄຳເວົ້າຈາກສ່ວນເລິກຈິດໃຈລາວນັ້ນ.
ໃນວັນທີ່ເຈົ້າຕໍ່ສູ້ເຫຼົ່າສັດຕູໝູ່ມານ ປະຊາຊົນຈະຂານອາສາເຂົ້າຮັບໃຊ້ເຈົ້າ. ຊາຍໜຸ່ມຈະມາຫາເຈົ້າທີ່ເນີນພູສັກສິດ ດັ່ງນໍ້າຄ້າງຢອດລົງໃນຍາມເຊົ້າຕູ່.
ຈົ່ງພາວັນນາອະທິຖານ ເພື່ອໃຫ້ນະຄອນເຢຣູຊາເລັມມີຄວາມສະຫງົບສຸກ “ຈົ່ງຈະເລີນເທີ້ນທຸກຄົນທີ່ຮັກນະຄອນເຢຣູຊາເລັມເອີຍ
ໃຫ້ພວກເຈົ້າສົ່ງລາວຄືນທຸກໆແລງ ເພື່ອວ່າລາວຈະໄດ້ໃຊ້ຫົ່ມເມື່ອເວລາເຂົ້ານອນ ແລະລາວຈະອວຍພອນພວກເຈົ້າແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະພໍໃຈນຳພວກເຈົ້າ.
ຈິດໃຈຂອງຂ້ອຍແມ່ນຢູ່ນຳພວກບັນຊາການ ທະຫານແລະປະຊາຊົນອິດສະຣາເອນພຸ້ນ ຄືພວກທີ່ອາສາສະໝັກສູ້ຮົບດ້ວຍຄວາມຍິນດີ ຈົ່ງຍ້ອງຍໍສັນລະເສີນ ພຣະເຈົ້າຢາເວເຖີດ