Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 11:16 - ພຣະຄຳພີສັກສິ

16 ຊັບເບທາຍ ແລະ​ໂຢຊາບັດ ຄົນເລວີ​ຜູ້​ດີເດັ່ນ ພວກເຂົາ​ໄດ້​ຮັບຜິດຊອບ​ວຽກງານ​ນອກ​ວິຫານ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເນເຫມີຢາ 11:16
8 Jak'a apnaqawi uñst'ayäwi  

ຊາວ​ເລວີ​ອື່ນໆ ມີ​ໜ້າທີ່​ເບິ່ງແຍງ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ທີ່​ໄດ້​ອຸທິດຖວາຍ​ແລ້ວ.


ໃນ​ຈຳນວນ​ເຊື້ອສາຍ​ຂອງ​ອີຊະຮາ​ນັ້ນ ເກນານີຢາ​ກັບ​ລູກຊາຍ​ຂອງ​ລາວ ໄດ້​ຖືກ​ມອບໝາຍ​ໜ້າທີ່​ການ​ບໍລິຫານ​ພາຍນອກ​ສຳລັບ​ຊາວ​ອິດສະຣາເອນ​ຄື: ເປັນ​ເຈົ້າໜ້າທີ່ ແລະ​ຜູ້ຕັດສິນ.


ບໍ່ມີ​ຜູ້ໃດ​ຄັດຄ້ານ​ແຜນການ​ນີ້ ນອກຈາກ​ໂຢນາທານ​ລູກຊາຍ​ຂອງ​ອາສາເຮນ ແລະ​ຢາເຊອີຢາ​ລູກຊາຍ​ຂອງ​ຕິກວາ. ທັງສອງ​ໄດ້​ຮັບ​ການ​ສະໜັບ​ສະໜູນ ຈາກ​ເມຊຸນລຳ​ແລະ​ຊັບເບທາຍ​ຄົນເລວີ.


ພໍ​ເຖິງ​ວັນ​ທີ​ສີ່ ພວກເຮົາ​ໄດ້​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ຊັ່ງ​ເບິ່ງ​ເງິນ, ຄຳ ແລະ​ເຄື່ອງໃຊ້ ແລ້ວ​ກໍ​ມອບ​ສິ່ງ​ເຫຼົ່ານີ້​ໃຫ້​ປະໂຣຫິດ​ເມເຣໂມດ​ລູກຊາຍ​ຂອງ​ອູຣີຢາ. ເອເລອາຊາ​ລູກຊາຍ​ຂອງ​ຟີເນຮາ​ກໍໄດ້​ຢູ່​ກັບ​ລາວ​ໃນ​ທີ່ນັ້ນ​ດ້ວຍ ພ້ອມ​ກັບ​ຊາວ​ເລວີ​ສອງ​ຄົນ ຄື​ໂຢຊາບັດ​ລູກຊາຍ​ຂອງ​ເຢຊູອາ ແລະ​ໂນອາດີຢາ​ລູກຊາຍ​ຂອງ​ບິນນູອີ.


ຊາວ​ເລວີ: ເຊມາອີຢາ​ລູກຊາຍ​ຂອງ​ຮັດຊຸບ ແລະ​ຫລານຊາຍ​ຂອງ​ອາຊະຣີກຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາບີຢາ ແລະ​ບັນນີ.


ມັດຕານີຢາ​ລູກຊາຍ​ຂອງ​ມີກາ ແລະ​ຫລານຊາຍ​ຂອງ​ຊັບດີ ແມ່ນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາສັບ. ລາວ​ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໃນ​ພຣະວິຫານ ໂດຍ​ຮ້ອງເພງ​ພາວັນນາ​ອະທິຖານ​ໂມທະນາ​ຂອບພຣະຄຸນ. ບັກບຸກີຢາ​ເປັນ​ຜູ້​ຊ່ວຍ​ຂອງ​ມັດຕານີຢາ. ອັບດາ​ລູກຊາຍ​ຂອງ​ຊາມມູອາ ແລະ​ຫລານຊາຍ​ຂອງ​ກາລານ ແມ່ນ​ເຊື້ອສາຍ​ຂອງ​ເຢດູທູນ.


ແລ້ວ​ພວກເຂົາ​ກໍ​ພ້ອມ​ກັນ​ລຸກ​ຢືນ​ຂຶ້ນ​ກັບ​ທີ່ ແລະ​ຊາວ​ເລວີ​ກໍ​ອະທິບາຍ​ກົດບັນຍັດ​ສູ່​ພວກເຂົາ​ຟັງ ຄົນເລວີ​ນັ້ນ​ມີ​ດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະ​ເປລາອີຢາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka