ພວກປະໂຣຫິດ: ເສຣາອີຢາ, ເຢເຣມີຢາ, ເອຊະຣາ, ອາມາຣີຢາ, ມັນລຸກ, ຮັດຕຸຊະ, ເຊການີຢາ, ເຣຮຸມ, ເມເຣໂມດ, ອິດໂດ, ກິນເນໂທອີ, ອາບີຢາ, ມີຢາມິນ, ມາອາດີຢາ, ບີນກາ, ເຊມາອີຢາ, ໂຢອີອາຣິບ, ເຢດາອີຢາ, ສານລູ, ອາມົກ, ຮິນກີຢາ ແລະເຢດາອີຢາ. ຄົນເຫຼົ່ານີ້ແມ່ນພວກຜູ້ນຳໃນທ່າມກາງພີ່ນ້ອງປະໂຣຫິດຂອງພວກເຂົາທັງໝົດ ຢູ່ໃນສະໄໝຂອງມະຫາປະໂຣຫິດເຢຊູອາ.
ເອຊະຣາຢືນຢູ່ເທິງເວທີທີ່ເຮັດດ້ວຍໄມ້ ຊຶ່ງພວກເຂົາສ້າງຂຶ້ນສຳລັບໂອກາດນີ້ໂດຍສະເພາະ. ພວກທີ່ຢືນຢູ່ຂ້າງຂວາຂອງເພິ່ນມີດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະມາອາເສອີຢາ ແລະພວກທີ່ຢືນຢູ່ຂ້າງຊ້າຍຂອງເພິ່ນມີດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະເມຊຸນລຳ.