Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 10:1 - ພຣະຄຳພີສັກສິ

1 ຜູ້​ທຳອິດ​ທີ່​ເຊັນ​ຂໍ້​ຕົກລົງ​ນີ້​ແມ່ນ​ຜູ້ປົກຄອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ແລະ​ຕໍ່ມາ ແມ່ນ​ເຊເດກີຢາ. ບຸກຄົນ​ດັ່ງ​ຕໍ່ໄປນີ້​ກໍໄດ້​ເຊັນ​ຄືກັນ:

Uka jalj uñjjattʼäta Copia luraña




ເນເຫມີຢາ 10:1
11 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຢືນ​ທີ່​ຂ້າງ​ເສົາ​ບ່ອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ເພິ່ນ ແລະ​ໄດ້ເຮັດ​ພັນທະສັນຍາ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຈະ​ເຊື່ອຟັງ​ພຣະເຈົ້າຢາເວ, ຈະ​ຖື​ຮັກສາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ສຸດໃຈ ແລະ​ສຸດຈິດ ແລະ​ຈະ​ປະຕິບັດ​ຕາມ​ຄຳ​ຮຽກຮ້ອງ​ທີ່​ມີ​ຂັດຕິດ​ຢູ່​ໃນ​ພັນທະສັນຍາ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ນັ້ນ. ຝ່າຍ​ປະຊາຊົນ​ທຸກຄົນ​ຕ່າງ​ກໍໄດ້​ສັນຍາ​ວ່າ ຈະ​ຖື​ຮັກສາ​ພັນທະສັນຍາ​ນັ້ນ.


ບັດນີ້ ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ພັນທະສັນຍາ​ອັນ​ຈິງຈັງ​ຕໍ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ວ່າ ພວກ​ຂ້ານ້ອຍ​ຈະ​ສົ່ງ​ຜູ້ຍິງ​ເຫຼົ່ານີ້​ກັບ​ພວກ​ລູກ​ໜີໄປ. ພວກ​ຂ້ານ້ອຍ​ຈະ​ຂໍ​ເຮັດ​ຕາມ​ທ່ານ​ແລະ​ຄົນອື່ນໆ ທີ່​ເຄົາຣົບ​ນັບຖື​ຄຳສັ່ງ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ກົດບັນຍັດ​ກ່າວ​ໄວ້.


ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.


ຕໍ່ໄປນີ້​ແມ່ນ​ວຽກງານ​ຂອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ໄດ້​ເຮັດ​ສຳເລັດ. ໃນ​ເດືອນ​ກິດຊະເຫລັບ ​ຂອງ​ປີ​ທີ​ຊາວ ທີ່​ກະສັດ​ອາກຕາເຊເຊັດ​ໄດ້​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ​ນັ້ນ; ຂ້າພະເຈົ້າ ເນເຫມີຢາ ໄດ້​ຢູ່​ໃນ​ເມືອງຫລວງ​ຊູຊາ.


ປະໂຣຫິດ: ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,


ພວກ​ຂ້ານ້ອຍ​ຈະ​ບໍ່​ແຕ່ງງານ​ກັບ​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນີ້.


ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອູຣິມ ແລະ​ທູມມິມ.


ປະຊາຊົນ​ຫລາຍ​ຄົນ​ໄດ້​ຊ່ວຍ​ຈ່າຍ​ຄ່າ​ສ້ອມແປງ​ພຣະວິຫານ ມີ​ດັ່ງນີ້: ຜູ້ປົກຄອງ: ຄຳ - 8 ກິໂລກຼາມ, ຊາມ​ສຳລັບ​ພິທີການ - 50 ໃບ, ເສື້ອຄຸມ​ປະໂຣຫິດ - 530 ຜືນ


ເມື່ອ​ພວກເຂົາ​ໄດ້ຍິນ​ຂໍ້ຄວາມ​ທີ່​ກົດບັນຍັດ​ນັ້ນ​ຮຽກຮ້ອງ​ໃຫ້​ເຮັດ ຕ່າງ​ກໍ​ຮູ້ສຶກ​ຕື້ນຕັນ​ໃຈ ແລະ​ຮ້ອງໄຫ້​ຂຶ້ນ. ສະນັ້ນ ເນເຫມີຢາ​ຜູ້​ທີ່​ເປັນ​ຜູ້ປົກຄອງ ແລະ​ເອຊະຣາ​ຜູ້​ທີ່​ເປັນ​ທັງ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຕະຫລອດ​ທັງ​ຄົນເລວີ​ທີ່​ເປັນ​ຜູ້​ອະທິບາຍ​ກົດບັນຍັດ ຈຶ່ງ​ບອກ​ປະຊາຊົນ​ທັງໝົດ​ວ່າ, “ວັນນີ້​ເປັນ​ວັນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ; ສະນັ້ນ ຈຶ່ງ​ບໍ່​ສົມຄວນ​ທີ່​ພວກທ່ານ​ຈະ​ໄວ້ທຸກ ຫລື​ຮ້ອງໄຫ້.


ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.


ໂມເຊ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄວ້. ມື້​ຕໍ່ມາ​ແຕ່​ເຊົ້າ ໂມເຊ​ໄດ້​ສ້າງ​ແທ່ນບູຊາ​ໜຶ່ງ​ແທ່ນ​ຂຶ້ນ​ທີ່​ຕີນ​ພູ ແລະ​ໄດ້​ຕັ້ງ​ຫີນ​ສິບສອງ​ກ້ອນ​ໄວ້​ເປັນ​ອະນຸສອນ​ຄື: ກ້ອນ​ໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka