ເນເຫມີຢາ 1:9 - ພຣະຄຳພີສັກສິ9 ແຕ່ຖ້າພວກເຈົ້າກັບຄືນມາຫາເຮົາອີກ ແລະປະຕິບັດຕາມສິ່ງທີ່ເຮົາໄດ້ສັ່ງພວກເຈົ້າ ເຮົາຈະນຳພວກເຈົ້າກັບມາສູ່ບ່ອນທີ່ເຮົາໄດ້ເລືອກໄວ້ໃຫ້ນາມຊື່ຂອງເຮົາສະຖິດຢູ່; ເຖິງແມ່ນວ່າພວກເຈົ້າຈະກະຈັດກະຈາຍກັນໄປຢູ່ທົ່ວທຸກມູມໂລກກໍຕາມ.’ Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຊົນຊາດທັງຫລາຍເອີຍ ຈົ່ງຟັງເຮົາເທີ້ນ ຈົ່ງປະກາດຖ້ອຍຄຳຂອງເຮົາທີ່ແຄມຝັ່ງໄກຫ່າງ. ເຮົາໄດ້ເຮັດໃຫ້ປະຊາຊົນຂອງເຮົາກະຈັດກະຈາຍໄປ ແຕ່ເຮົາຈະເຕົ້າໂຮມພວກເຂົາ ແລະດູແລພວກເຂົາໃໝ່ອີກ ຄົນລ້ຽງແກະເຝົ້າເບິ່ງຝູງແກະຂອງຕົນສັນໃດ ເຮົາກໍຈະເຝົ້າເບິ່ງແຍງປະຊາຊົນຂອງເຮົາສັນນັ້ນ.
“ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກເອົາ ລະຫວ່າງຄຳອວຍພອນແລະຄຳສາບແຊ່ງ. ເມື່ອເຫດການເຫຼົ່ານີ້ທັງໝົດໄດ້ເກີດຂຶ້ນກັບພວກເຈົ້າແລ້ວ ແລະພວກເຈົ້າກຳລັງອາໄສຢູ່ທ່າມກາງຊົນຊາດຕ່າງໆ ບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ; ພວກເຈົ້າກໍຈະຈົດຈຳສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ພວກເຈົ້າເລືອກເອົາ.