8 ບັດນີ້ ຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ບອກໂມເຊວ່າ: ‘ຖ້າປະຊາຊົນອິດສະຣາເອນບໍ່ສັດຊື່ຕໍ່ເຮົາ ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍ ໄປໃນທ່າມກາງຊົນຊາດອື່ນໆ.
ຂໍຊົງໂຜດຈື່ຈຳພຣະສັນຍາທີ່ມີກັບຜູ້ຮັບໃຊ້ຂອງພຣະອົງ ຊຶ່ງໃຫ້ຄວາມຫວັງແກ່ຂ້ານ້ອຍໄດ້.
ເຮົາຈະກະຈັດກະຈາຍປະຊາຊົນຂອງເຈົ້າໄປທົ່ວທຸກໆປະເທດແລະທຸກໆຊາດ; ເຮົາຈະດັບສູນການກະທຳອັນຊົ່ວຮ້າຍທັງໝົດຂອງເຈົ້າ.
ຜົນກໍຄື ພວກຜູ້ເປັນພໍ່ແມ່ໃນນະຄອນເຢຣູຊາເລັມຈະກິນລູກຂອງຕົນເອງ ແລະພວກລູກໆກໍຈະກິນພໍ່ແມ່ຂອງຕົນເອງ. ເຮົາຈະລົງໂທດເຈົ້າ; ສ່ວນພວກທີ່ຍັງເຫລືອມີຊີວິດຢູ່ນັ້ນ ເຮົາຈະກະຈັດກະຈາຍພວກເຂົາໄປທົ່ວທຸກທິດ.”
ເຮົາຈະປ່ອຍໃຫ້ບາງຄົນຫລົບໜີຈາກການຖືກສັງຫານໝູ່ ແລະຖືກກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ
ດັ່ງນັ້ນ ຈຶ່ງຊົງສຳແດງພຣະກະລຸນາ ຊຶ່ງຊົງສັນຍາແກ່ບັນພະບຸລຸດ ຂອງພວກເຮົາ ແລະຊົງລະນຶກເຖິງພັນທະສັນຍາ ອັນບໍຣິສຸດຂອງພຣະອົງ
ພຣະເຈົ້າຢາເວຈະກະຈັດກະຈາຍພວກເຈົ້າໃນທ່າມກາງທຸກຊົນຊາດ ຕັ້ງແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງຂອງໂລກ ແລ້ວພວກເຈົ້າກໍຈະຂາບໄຫວ້ບັນດາຮູບເຄົາຣົບທີ່ເປັນໄມ້ແລະເປັນຫີນ ຊຶ່ງທັງພວກເຈົ້າເອງແລະປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ.