Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 1:7 - ພຣະຄຳພີສັກສິ

7 ພວກ​ຂ້ານ້ອຍ​ໄດ້​ປະພືດຕົນ​ຢ່າງ​ຊົ່ວຊ້າ​ເພື່ອ​ຕໍ່ສູ້​ພຣະອົງ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ພວກ​ຂ້ານ້ອຍ​ບໍ່ໄດ້​ຖື​ຮັກສາ​ກົດບັນຍັດ​ຕ່າງໆ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເນເຫມີຢາ 1:7
24 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ​ໃຫ້​ເຮັດ; ຈົ່ງ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳເລັດຜົນ​ໃນ​ທຸກສິ່ງ​ທີ່​ເຈົ້າ​ເຮັດ.


ເຖິງ​ຢ່າງ​ໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກ​ຂອງ​ພວກເຂົາ, ແຕ່​ເພິ່ນ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ວ່າ, “ພໍ່​ແມ່​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ຜູ້ໃດ​ເຮັດ​ຜິດ​ໃຫ້​ປະຫານ​ຜູ້ນັ້ນ.”


ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ​ເໝືອນກັນ​ກັບ​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ ແຕ່​ວ່າ​ບໍ່​ຄືກັນ. ເພິ່ນ​ບໍ່ໄດ້​ເຮັດ​ບາບ​ໂດຍ​ເຜົາ​ເຄື່ອງຫອມ ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ແຕ່​ປະຊາຊົນ​ຍັງ​ສືບຕໍ່​ເຮັດ​ບາບ​ຢູ່.


ເອຊະຣາ​ເປັນ​ຜູ້​ຮອບຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມອບ​ໃຫ້​ໂມເຊ. ຍ້ອນ​ເອຊະຣາ​ເປັນ​ຜູ້​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ ກະສັດ​ຈຶ່ງ​ໃຫ້​ທຸກສິ່ງ​ຕາມ​ທີ່​ລາວ​ຂໍຮ້ອງ. ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ອາກຕາເຊເຊັດ ເອຊະຣາ​ໄດ້​ເດີນທາງ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ຊາວ​ອິດສະຣາເອນ​ພວກ​ໜຶ່ງ ທີ່​ປະກອບ​ດ້ວຍ​ບັນດາ​ປະໂຣຫິດ​ຊາວ​ເລວີ, ພວກ​ນັກດົນຕຼີ​ປະຈຳ​ວິຫານ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ຄົນງານ.


ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຄື​ກັບ​ປູ່ຍ່າຕາຍາຍ ແລະ​ໄດ້​ກະທຳ​ຜິດ​ແລະ​ປະພຶດ​ຢ່າງ​ຊົ່ວຮ້າຍ.


ຖ້າ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງເຮົາ ແລະ​ທັງ​ບໍ່​ຮັກສາ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.


ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ຍ້ອນ​ການບາບ​ຂອງ​ພວກເຂົາ ເຮົາ​ຈະ​ເຮັດ​ໃຫ້​ໄດ້​ທົນທຸກ​ຍ້ອນ​ຄວາມຜິດ​ນັ້ນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ໂດຍ​ລົງໂທດ​ພວກ​ຂ້ານ້ອຍ​ທຸກຢ່າງ ຕາມ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ແຕ່​ຈົນ​ບັດນີ້ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່ໄດ້​ພະຍາຍາມ​ເຮັດ​ໃຫ້​ພຣະອົງ​ພໍໃຈ ໂດຍ​ຫັນໜີ​ຈາກ​ບາບ ຫລື​ໂດຍ​ປະພຶດ​ຕາມ​ຄວາມຈິງ​ຂອງ​ພຣະອົງ.


ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.


ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ແລ້ວ​ເຮົາ​ກໍ​ຄິດວ່າ ປະຊາຊົນ​ຂອງເຮົາ​ຈະ​ມີ​ຄວາມ​ຢຳເກງ​ເຮົາ ແລະ​ຮັບ​ເອົາ​ການ​ແອບສອນ​ຂອງເຮົາ ຊຶ່ງ​ພວກເຂົາ​ຈະ​ບໍ່​ລືມໄລ​ຈັກເທື່ອ. ແຕ່​ບໍ່​ພໍ​ເທົ່າໃດ ພວກເຂົາ​ກໍ​ແຮ່ງ​ປະພຶດ​ຊົ່ວຊ້າ​ຫລາຍ​ຍິ່ງ​ຂຶ້ນ.”


“ຈົ່ງ​ຈົດຈຳ​ກົດບັນຍັດ​ຕ່າງໆ​ຂອງ​ໂມເຊ​ຄົນ​ຮັບໃຊ້​ຂອງເຮົາ ຄື​ກົດບັນຍັດ​ທັງຫລາຍ​ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ລາວ​ທີ່​ເທິງ​ພູເຂົາ​ຊີນາຍ ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ປະຕິບັດ​ຕາມ.


ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ສອນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ ແລະ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.


ຂ້າພະເຈົ້າ​ໄດ້​ສັ່ງສອນ​ກົດບັນຍັດ​ທຸກ​ຂໍ້​ແກ່​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ບອກ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ຢູ່​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກຮຸກ​ເຂົ້າ​ໄປ​ຢຶດຄອງ.


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ໝັ່ນ​ຮຽນ​ເອົາ​ແລະ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ.


“ແມ່ນ​ກົດບັນຍັດ​ທັງໝົດ​ນີ້​ແຫຼະ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ສອນ​ພວກເຈົ້າ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ.


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka