Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 1:6 - ພຣະຄຳພີສັກສິ

6 ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ຂ້ານ້ອຍ ແລະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ໃນ​ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ທັງເວັນ​ທັງຄືນ ເພື່ອ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ປະຊາຊົນ​ອິດສະຣາເອນ. ຂ້ານ້ອຍ​ຂໍ​ຮັບ​ສາລະພາບ​ວ່າ, ພວກ​ຂ້ານ້ອຍ ຄື​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ. ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຂ້ານ້ອຍ​ເອງ​ກໍໄດ້​ເຮັດ​ບາບ​ດ້ວຍ.

Uka jalj uñjjattʼäta Copia luraña




ເນເຫມີຢາ 1:6
34 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ ໃນ​ເມື່ອ​ພວກເຂົາ​ຫັນໜ້າ​ມາທາງ​ສະຖາທີ່​ນີ້ ແລະ​ພາວັນນາ​ອະທິຖານ. ຂໍໂຜດ​ຟັງ​ພວກ​ຂ້ານ້ອຍ​ຈາກ​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ແລະ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ. ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ສາລະພາບ​ວ່າ​ພວກເຂົາ​ເປັນ​ຄົນບາບ ແລະ​ຊົ່ວຊ້າ; ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ​ເທີ້ນ


ມາບັດນີ້ ພວກທ່ານ​ຕັ້ງໃຈ​ເຮັດ​ໃຫ້​ຜູ້ຊາຍ​ແລະ​ຜູ້ຍິງ​ເຢຣູຊາເລັມ​ແລະ​ຢູດາ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກທ່ານ​ອີກ. ພວກທ່ານ​ບໍ່​ຮູ້​ຫລື​ບໍ່​ວ່າ ພວກທ່ານ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ເໝືອນກັນ?


ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ບໍ່​ພໍພຣະໄທ. ພວກເພິ່ນ​ໄດ້​ປະຖິ້ມ​ພຣະອົງ ແລະ​ປິ່ນຫລັງ​ໃຫ້​ແກ່​ທີ່ສະຖິດ​ຂອງ​ພຣະເຈົ້າຢາເວ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້​ຂໍໂຜດ​ຫລິງເບິ່ງ ແລະ​ຟັງ​ຄຳພາວັນນາ​ອະທິຖານ ທີ່​ຂ້ານ້ອຍ​ອຸທິດ​ຖວາຍ​ໃນ​ທີ່​ນີ້​ດ້ວຍ.


ໃນ​ຂະນະທີ່​ເອຊະຣາ​ກຳລັງ​ກົ້ມ​ພາວັນນາ​ອະທິຖານ​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າ ທັງ​ຮ້ອງໄຫ້​ແລະ​ສາລະພາບ​ບາບ​ເຫຼົ່ານີ້​ຢູ່, ກໍ​ມີ​ຊາວ​ອິດສະຣາເອນ​ເປັນ​ໝູ່ໃຫຍ່ ທັງ​ຊາຍ​ຍິງ ແລະ​ເດັກນ້ອຍ​ໄດ້​ມາ​ອ້ອມຮອບ​ເພິ່ນ​ທັງ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ບັດນີ້ ໃຫ້​ພວກທ່ານ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ແລະ​ປະພຶດ​ໃຫ້​ພຣະອົງ​ພໍພຣະໄທ. ຈົ່ງ​ແຍກຕົວ​ອອກ​ຈາກ​ຄົນຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ ແລະ​ກຳຈັດ​ພວກເມຍ​ຕ່າງຊາດ​ຂອງ​ພວກເຈົ້າ​ໃຫ້​ອອກ​ໜີໄປ​ເສຍ.”


ຂ້າແດ່ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ບັນດາ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະອົງ ຜູ້​ທີ່​ຢຳເກງ​ໃຫ້ກຽດ​ນາມຊື່​ຂອງ​ພຣະອົງ​ແດ່ທ້ອນ. ໃນວັນນີ້ ຂໍ​ພຣະອົງ​ໂຜດ​ປະທານ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ໂດຍ​ບັນດານ​ໃຫ້​ເພິ່ນ​ເມດຕາ​ຂ້ານ້ອຍ​ດ້ວຍ​ເຖີດ.” ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ຢາຍ​ເຫຼົ້າ​ອະງຸ່ນ​ປະຈຳ​ໂຕະ​ຂອງ​ກະສັດ.


ຝ່າຍ​ປະຊາຊົນ​ທີ່​ຖືກ​ປະຖິ້ມ​ນັ້ນ ພຣະອົງ​ຈະ​ຟັງ ແລະ​ຈະ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ.


ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຄື​ກັບ​ປູ່ຍ່າຕາຍາຍ ແລະ​ໄດ້​ກະທຳ​ຜິດ​ແລະ​ປະພຶດ​ຢ່າງ​ຊົ່ວຮ້າຍ.


ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ເອີ້ນ​ຫາ​ໃຫ້​ຊ່ວຍເຫຼືອ​ແດ່ທ້ອນ.


ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,


ຂ້ອຍ​ຄາງ​ຈົ່ມທຸກ​ທັງເຊົ້າ​ທັງທ່ຽງ​ແລະ​ໃນ​ເວລາ​ກາງຄືນ ແລະ​ສຽງ​ຮ້ອງທຸກ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ນຳ​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກ​ຂ້ານ້ອຍ​ຍັງ​ຈົດຈຳ​ຣິດອຳນາດ​ຂອງ​ພຣະອົງ​ຢູ່. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເຮັດ​ຜິດ.


ຂ້າພະເຈົ້າ​ໄດ້​ສືບຕໍ່​ກ່າວ ແລະ​ພາວັນນາ​ອະທິຖານ ໂດຍ​ສາລະພາບ​ບາບ​ຂອງ​ຂ້າພະເຈົ້າ ແລະ​ບາບ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂໍຮ້ອງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ສຳລັບ​ພູເຂົາ​ອັນ​ສັກສິດ​ຂອງ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ​ສາລະພາບ​ການບາບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຍິ່ງໃຫຍ່​ສູງສຸດ ແລະ​ພຣະເຈົ້າ​ທີ່​ໜ້າ​ຢຳເກງ​ຢ້ານກົວ. ພຣະອົງ​ເຮັດ​ຕາມ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັກ​ພຣະອົງ ແລະ​ຕໍ່​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.


ຂ້າແດ່​ພຣະເຈົ້າຢາເວ ບັນດາ​ກະສັດ, ພວກ​ຜູ້ປົກຄອງ ແລະ​ພວກ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.


ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ​ພວກເຮົາ ພຣະອົງ​ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກເຮົາ ແລະ​ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ.


“ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka