Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 1:2 - ພຣະຄຳພີສັກສິ

2 ຮານານີ ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ຂ້າພະເຈົ້າ ໄດ້​ເດີນທາງ​ມາ​ຈາກ​ແຂວງ​ຢູດາຍ​ພ້ອມ​ກັບ​ຄົນ​ໝວດ​ໜຶ່ງ ແລະ​ຂ້າພະເຈົ້າ​ກໍໄດ້​ຖາມ​ເຂົາ​ເຖິງ​ນະຄອນ​ເຢຣູຊາເລັມ ແລະ​ພວກ​ພີ່ນ້ອງ​ຊາວຢິວ ຜູ້​ທີ່​ໄດ້​ກັບຄືນ​ເມືອ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 1:2
12 Jak'a apnaqawi uñst'ayäwi  

ທີ່​ທົ່ງ​ຮາບພຽງ​ຂອງ​ສິດດິມ​ເຕັມ​ໄປ​ດ້ວຍ​ບໍ່​ນໍ້າມັນ​ດິບ ເວລາ​ກະສັດ​ແຫ່ງ​ໂຊໂດມ ແລະ​ໂກໂມຣາ ພະຍາຍາມ​ເອົາ​ຕົວ​ຫລົບ​ໜີ​ຈາກ​ການ​ສູ້ຮົບ ທັງສອງ​ຈຶ່ງ​ຕົກລົງ​ໃນ​ບໍ່​ນັ້ນ; ສ່ວນ​ກະສັດ​ຄົນອື່ນ​ຕ່າງ​ກໍ​ຫລົບລີ້ ເອົາ​ຕົວລອດ​ໄປ​ທາງ​ເນີນພູ.


ກະສັດ​ເນບູ​ກາດເນັດຊາ​ກວາດຕ້ອນ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ມີ​ດັ່ງນີ້: ປະຊາຊົນ​ເຢຣູຊາເລັມ, ພວກ​ເຈົ້ານາຍ​ທັງໝົດ​ໃນ​ວັງ ແລະ​ພວກ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ທຸກຄົນ, ທັງໝົດ​ມີ​ຈຳນວນ​ສິບພັນ​ຄົນ. ເພິ່ນ​ຍັງ​ໄດ້​ກວາດເອົາ​ພວກ​ຄົນງານ​ທີ່​ມີ​ຝີມື​ດີ ພ້ອມ​ທັງ​ພວກ​ຊ່າງເຫລັກ​ໄປ​ດ້ວຍ; ແລະ​ໄດ້​ປະ​ແຕ່​ຄົນ​ຍາກຈົນ​ເທົ່ານັ້ນ​ໄວ້​ໃນ​ຢູດາຍ.


ແຕ່​ເພິ່ນ​ໄດ້​ປະ​ຄົນ​ຍາກຈົນ​ທີ່ສຸດ​ບາງຄົນ​ໄວ້ ຄື​ພວກ​ທີ່​ບໍ່ມີ​ໄຮ່ນາ​ໃນ​ຢູດາຍ ແລະ​ໃຫ້​ພວກເຂົາ​ເຮັດ​ສວນອະງຸ່ນ ແລະ​ເຮັດ​ນາ.


ດ້ວຍເຫດໃດ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ອີກ ແລະ​ແຕ່ງງານ​ກັບ​ພວກ​ຄົນຊົ່ວຊ້າ​ເຫຼົ່ານີ້? ຖ້າ​ພວກ​ຂ້ານ້ອຍ​ເຮັດ​ລົງ​ໄປ ພຣະອົງ​ກໍ​ຈະ​ໂກດຮ້າຍ​ທີ່ສຸດ ຈົນ​ຈະ​ທຳລາຍ​ພວກ​ຂ້ານ້ອຍ​ຢ່າງ​ໝົດສິ້ນ​ໄດ້ ແລະ​ຈະ​ບໍ່​ໃຫ້​ຜູ້ໃດ​ລອດຊີວິດ​ຢູ່​ໄດ້.


ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.


ຈະ​ບໍ່ມີ​ປະຊາຊົນ​ຢູດາ​ຜູ້ໃດ​ທີ່​ຍັງເຫລືອ​ຢູ່​ນັ້ນ ແລະ​ໄດ້​ມາ​ອາໄສ​ຢູ່​ໃນ​ເອຢິບ​ຈະ​ປົບໜີ​ຫລື​ລອດຊີວິດ​ໄປ​ໄດ້. ບໍ່ມີ​ຈັກ​ຄົນ​ໃນ​ພວກເຂົາ​ຈະ​ໄດ້​ກັບຄືນ​ໄປ​ສູ່​ດິນແດນ​ຢູດາຍ​ອີກ ຄື​ບ່ອນ​ທີ່​ພວກເຂົາ​ຢາກ​ຈະ​ຢູ່​ນັ້ນ. ບໍ່ມີ​ຈັກ​ຄົນ​ຈະ​ໄດ້​ກັບຄືນ​ເມືອ ນອກຈາກ​ຊາວ​ອົບພະຍົບ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ.”


ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.


ບາງຄົນ​ຈະ​ປົບໜີໄປ​ເທິງ​ພູ​ຕ່າງໆ ດັ່ງ​ຝູງ​ນົກເຂົາ​ທີ່​ສະທ້ານ​ຢ້ານກົວ​ມາ​ແຕ່​ຮ່ອມພູ​ທັງຫລາຍ. ພວກເຂົາ​ທັງໝົດ​ຈະ​ຄວນຄາງ​ເພາະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka