Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 1:11 - ພຣະຄຳພີສັກສິ

11 ຂ້າແດ່ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ບັນດາ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະອົງ ຜູ້​ທີ່​ຢຳເກງ​ໃຫ້ກຽດ​ນາມຊື່​ຂອງ​ພຣະອົງ​ແດ່ທ້ອນ. ໃນວັນນີ້ ຂໍ​ພຣະອົງ​ໂຜດ​ປະທານ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ໂດຍ​ບັນດານ​ໃຫ້​ເພິ່ນ​ເມດຕາ​ຂ້ານ້ອຍ​ດ້ວຍ​ເຖີດ.” ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ຢາຍ​ເຫຼົ້າ​ອະງຸ່ນ​ປະຈຳ​ໂຕະ​ຂອງ​ກະສັດ.

Uka jalj uñjjattʼäta Copia luraña




ເນເຫມີຢາ 1:11
27 Jak'a apnaqawi uñst'ayäwi  

ເມື່ອ​ເດີນທາງ​ມາ​ຮອດ​ນໍ້າສ້າງ​ໃນ​ມື້ນີ້ ຂ້ອຍ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ດ້ວຍ.


ຂ້ານ້ອຍ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ໂຜດ​ຊ່ວຍ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ອ້າຍ​ເອຊາວ​ແດ່ທ້ອນ. ຂ້ານ້ອຍ​ຢ້ານ​ວ່າ ລາວ​ຈະ​ເຂົ້າ​ມາ​ບຸກໂຈມຕີ ແລະ​ທຳຮ້າຍ​ພວກ​ຂ້ານ້ອຍ​ທັງໝົດ​ຄື: ພວກຜູ້ຍິງ​ແລະ​ເດັກນ້ອຍ.


ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”


ຫລັງຈາກ​ນັ້ນ​ມາ​ອີກ​ບໍ່​ເຫິງ​ເທົ່າ​ໃດ ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ ກັບ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ຂອງ​ກະສັດ​ເອຢິບ​ໄດ້​ເຮັດ​ໃຫ້​ກະສັດ​ເຄືອງໃຈ.


ສະນັ້ນ ເພິ່ນ​ຈຶ່ງ​ໃຈຮ້າຍ​ຂ້າຣາຊການ​ສອງ​ຄົນ​ນີ້


ເພິ່ນ​ມອບ​ຕຳແໜ່ງ​ເດີມ​ຄືນ​ໃຫ້​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ


ແຕ່​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ບໍ່ໄດ້​ລະນຶກເຖິງ​ໂຢເຊັບ​ເລີຍ ລາວ​ລືມໄລ​ໂຢເຊັບ​ໄປ​ຢ່າງ​ໝົດສິ້ນ.


ແລ້ວ​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ກໍ​ກ່າວ​ຕໍ່​ກະສັດ​ວ່າ, “ຂ້ານ້ອຍ​ຂໍ​ຮັບ​ສາລະພາບ​ກັບ​ທ່ານ​ວ່າ​ໄດ້​ເຮັດ​ຜິດ​ໄປ​ແລ້ວ.


ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດົນ​ບັນດານ​ໃຫ້​ຊາຍ​ຜູ້ນັ້ນ ມີ​ຄວາມ​ເມດຕາ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ເພິ່ນ​ຈະ​ປ່ອຍ​ຊີເມໂອນ ແລະ​ເບັນຢາມິນ​ໃຫ້​ກັບຄືນ​ມາ. ສຳລັບ​ພໍ່​ແລ້ວ ຖ້າ​ວ່າ​ຈະ​ສູນເສຍ​ລູກ​ທັງສອງ​ກໍ​ຕ້ອງ​ຈຳເປັນ.”


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້​ຂໍໂຜດ​ຫລິງເບິ່ງ ແລະ​ຟັງ​ຄຳພາວັນນາ​ອະທິຖານ ທີ່​ຂ້ານ້ອຍ​ອຸທິດ​ຖວາຍ​ໃນ​ທີ່​ນີ້​ດ້ວຍ.


ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


ເອຊະຣາ​ເປັນ​ຜູ້​ຮອບຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມອບ​ໃຫ້​ໂມເຊ. ຍ້ອນ​ເອຊະຣາ​ເປັນ​ຜູ້​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ ກະສັດ​ຈຶ່ງ​ໃຫ້​ທຸກສິ່ງ​ຕາມ​ທີ່​ລາວ​ຂໍຮ້ອງ. ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ອາກຕາເຊເຊັດ ເອຊະຣາ​ໄດ້​ເດີນທາງ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ຊາວ​ອິດສະຣາເອນ​ພວກ​ໜຶ່ງ ທີ່​ປະກອບ​ດ້ວຍ​ບັນດາ​ປະໂຣຫິດ​ຊາວ​ເລວີ, ພວກ​ນັກດົນຕຼີ​ປະຈຳ​ວິຫານ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ຄົນງານ.


ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ຂ້ານ້ອຍ ແລະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ໃນ​ເມື່ອ​ຂ້ານ້ອຍ​ພາວັນນາ​ອະທິຖານ​ທັງເວັນ​ທັງຄືນ ເພື່ອ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ປະຊາຊົນ​ອິດສະຣາເອນ. ຂ້ານ້ອຍ​ຂໍ​ຮັບ​ສາລະພາບ​ວ່າ, ພວກ​ຂ້ານ້ອຍ ຄື​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ. ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຂ້ານ້ອຍ​ເອງ​ກໍໄດ້​ເຮັດ​ບາບ​ດ້ວຍ.


ຕໍ່ມາ​ໃນ​ເດືອນ​ນີຊານ ໃນ​ປີ​ທີ​ຊາວ​ຂອງ​ກະສັດ​ອາກຕາເຊເຊັດ ຂ້າພະເຈົ້າ​ໄດ້​ຢາຍ​ເຫຼົ້າ​ໃຫ້​ເພິ່ນ​ທີ່​ກຳລັງ​ຮັບປະທານ​ອາຫານ​ແລງ​ຢູ່. ແຕ່​ກ່ອນ​ເພິ່ນ​ບໍ່ເຄີຍ​ເຫັນ​ຂ້າພະເຈົ້າ​ໂສກເສົ້າ​ເຊັ່ນນີ້​ເລີຍ


ຂ້າພະເຈົ້າ​ຍັງ​ຂໍຮ້ອງ​ເພິ່ນ​ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ກະສັດ ໂດຍ​ແນະນຳ​ເພິ່ນ​ໃຫ້​ຈັດຫາ​ໄມ້ ສຳລັບ​ສ້າງ​ປະຕູ​ປ້ອມ​ທີ່​ຮັກສາ​ພຣະວິຫານ, ສຳລັບ​ສ້າງ​ກຳແພງ​ເມືອງ ແລະ​ສຳລັບ​ສ້າງ​ເຮືອນ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ດ້ວຍ. ກະສັດ​ກໍໄດ້​ອະນຸຍາດ​ໃຫ້​ທຸກສິ່ງ ຕາມ​ທີ່​ຂ້າພະເຈົ້າ​ຂໍຮ້ອງ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.


ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ເອີ້ນ​ຫາ​ໃຫ້​ຊ່ວຍເຫຼືອ​ແດ່ທ້ອນ.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້ຍິນ​ຄຳ​ທີ່​ຂ້ານ້ອຍ​ສັນຍາ ແລະ​ມອບ​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຢຳເກງ​ພຣະນາມ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແດ່ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍຊູ​ແດ່ທ້ອນ.


ເພາະ​ເຈົ້າ​ກຽດຊັງ​ຄວາມຮູ້ ແລະ​ປະຕິເສດ​ທີ່​ຈະ​ຢ້ານຢຳ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ເພາະ​ເຮົາ​ມີ​ຄວາມ​ເມດຕາ ເຮົາ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ​ເມດຕາ​ພວກເຈົ້າ ແລະ​ປ່ອຍ​ໃຫ້​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຈົ້າ.’


ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ.


ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka