Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 1:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ວຽກງານ​ຂອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ໄດ້​ເຮັດ​ສຳເລັດ. ໃນ​ເດືອນ​ກິດຊະເຫລັບ ​ຂອງ​ປີ​ທີ​ຊາວ ທີ່​ກະສັດ​ອາກຕາເຊເຊັດ​ໄດ້​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ​ນັ້ນ; ຂ້າພະເຈົ້າ ເນເຫມີຢາ ໄດ້​ຢູ່​ໃນ​ເມືອງຫລວງ​ຊູຊາ.

Uka jalj uñjjattʼäta Copia luraña




ເນເຫມີຢາ 1:1
9 Jak'a apnaqawi uñst'ayäwi  

ພາຍ​ໃນ​ສາມ​ວັນ ຄື​ວັນ​ທີ​ຊາວ​ຂອງ​ເດືອນ​ເກົ້າ ໃຫ້​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ຢູດາ​ແລະ​ເບັນຢາມິນ​ມາ​ທ້ອນໂຮມກັນ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ມື້​ນັ້ນ​ຝົນ​ຕົກ​ໜັກ ຍ້ອນ​ປາກົດການ​ຂອງ​ດິນຟ້າ​ອາກາດ ແລະ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ທຸກຄົນ​ຈຶ່ງ​ຕົກ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.


ຜູ້​ທຳອິດ​ທີ່​ເຊັນ​ຂໍ້​ຕົກລົງ​ນີ້​ແມ່ນ​ຜູ້ປົກຄອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ແລະ​ຕໍ່ມາ ແມ່ນ​ເຊເດກີຢາ. ບຸກຄົນ​ດັ່ງ​ຕໍ່ໄປນີ້​ກໍໄດ້​ເຊັນ​ຄືກັນ:


ຕໍ່ມາ​ໃນ​ເດືອນ​ນີຊານ ໃນ​ປີ​ທີ​ຊາວ​ຂອງ​ກະສັດ​ອາກຕາເຊເຊັດ ຂ້າພະເຈົ້າ​ໄດ້​ຢາຍ​ເຫຼົ້າ​ໃຫ້​ເພິ່ນ​ທີ່​ກຳລັງ​ຮັບປະທານ​ອາຫານ​ແລງ​ຢູ່. ແຕ່​ກ່ອນ​ເພິ່ນ​ບໍ່ເຄີຍ​ເຫັນ​ຂ້າພະເຈົ້າ​ໂສກເສົ້າ​ເຊັ່ນນີ້​ເລີຍ


ໃນ​ລະຫວ່າງ​ສິບສອງ​ປີ ທີ່​ຂ້າພະເຈົ້າ​ໄດ້​ເປັນ​ຜູ້ປົກຄອງ​ດິນແດນ​ຢູດາຍ​ນັ້ນ ຄື​ຕັ້ງແຕ່​ຣາຊການ​ທີ​ຊາວ ຈົນເຖິງ​ຣາຊການ​ທີ​ສາມສິບສອງ ຂອງ​ກະສັດ​ອາກຕາເຊເຊັດ; ຍາດຕິພີ່ນ້ອງ​ຂອງ​ຂ້າພະເຈົ້າ ແລະ​ແມ່ນແຕ່​ຂ້າພະເຈົ້າ​ເອງ ບໍ່ມີ​ຜູ້ໃດ​ໄດ້​ກິນ​ອັດຕາ​ອາຫານ ທີ່​ຖືກ​ມອບ​ໃຫ້​ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ປົກຄອງ.


ໃນ​ສະໄໝນັ້ນ ກະສັດ​ເຊເຊັດ​ໄດ້​ໃຊ້​ອຳນາດ​ການປົກຄອງ​ຈາກ​ພຣະທີ່ນັ່ງ​ຂອງ​ເພິ່ນ​ທີ່​ເມືອງ​ເອກຊູຊາ.


ຄຳ​ປະກາດ​ທາງ​ຣາຊການ​ໄດ້​ຖືກ​ແຈ້ງ​ອອກ​ໄປ​ທົ່ວ​ເມືອງ​ເອກຊູຊາ ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ຂ່າວ​ໄປ​ຍັງ​ແຂວງ​ຕ່າງໆ​ຕາມ​ຄຳສັ່ງ​ຂອງ​ກະສັດ. ສ່ວນ​ກະສັດ​ແລະ​ຮາມານ​ກໍ​ນັ່ງ​ດື່ມເຫຼົ້າ ໃນ​ຂະນະທີ່​ເມືອງເອກ​ຊູຊາ​ເກີດ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


ໃນ​ຣາຊການ​ປີ​ທີ​ສີ່ ທີ່​ເຈົ້າດາຣິອຸດ​ເປັນ​ຈັກກະພັດ ອັນ​ກົງ​ກັບ​ມື້​ທີ​ສີ່ ເດືອນ​ເກົ້າ (ເດືອນ​ກີຊະເລວ ) ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ໃຫ້​ແກ່​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka