Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາຮູມ 3:3 - ພຣະຄຳພີສັກສິ

3 ທະຫານ​ມ້າ​ປະທະ​ກັນ​ດ້ວຍ​ດາບ​ແວບວັບ​ເປັນ​ແສງ ສ່ວນ​ຫອກ​ທີ່​ໃຊ້​ແທງ​ກໍ​ເປັນ​ແສງ​ຟົ້ງ​ໄປ​ຂ້າງໜ້າ ຊາກສົບ​ຂອງ​ຄົນຕາຍ​ນັບ​ບໍ່ໄດ້ ທັບກັນ​ຂຶ້ນ​ເປັນ​ກອງ ຄົນ​ຕ້ອງ​ຍ່າງ​ໂຊເຊ​ລົ້ມ​ທັບ​ເທິງ​ກອງ​ຊາກສົບ​ນັ້ນ

Uka jalj uñjjattʼäta Copia luraña




ນາຮູມ 3:3
10 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຂັບໄລ່​ມະນຸດ​ອອກ​ຈາກ​ສວນ​ແລ້ວ ພຣະອົງ​ກໍ​ເອົາ​ເທວະດາ​ເຄຣຸບ ມາ​ເຝົ້າ​ສວນ​ຢູ່​ທາງທິດ​ຕາເວັນອອກ; ແລະ​ມີ​ດາບ​ທີ່​ລຸກ​ເປັນ​ແສງ​ໄຟ​ແກວ່ງ​ໄປມາ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຂົ້າ​ໄປ​ໃກ້​ຕົ້ນໄມ້​ແຫ່ງ​ຊີວິດ​ນັ້ນ.


ໃນຄືນນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ ທີ່​ຄ້າຍ​ທະຫານ​ອັດຊີເຣຍ. ຕື່ນ​ເຊົ້າ​ມື້​ໃໝ່​ມາ ໄດ້​ມີ​ຊາກສົບ​ຢາຍ​ເດຍລະດາດ​ຢູ່​ໃນ​ທີ່ນັ້ນ.


ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ ແຕ່​ຈະ​ຖືກ​ປະ​ໃຫ້​ເປື່ອຍ​ແລະ​ເນົ່າເໝັນ ຈົນ​ພູເຂົາ​ທັງຫລາຍ​ຈະ​ນອງ​ໄປ​ດ້ວຍ​ເລືອດ.


ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ


ພຣະເຈົ້າຢາເວ​ຈະ​ລົງໂທດ​ປະຊາກອນ​ທຸກຄົນ​ໃນ​ໂລກນີ້​ດ້ວຍ​ໄຟ​ແລະ​ດ້ວຍ​ດາບ ທີ່​ພຣະເຈົ້າຢາເວ​ພົບ​ຄວາມຜິດ​ແລະ​ຫລາຍ​ຄົນ​ຈະ​ຖືກ​ປະຫານ.


ເຈົ້າ​ກັບ​ກອງທັບ​ພ້ອມ​ທັງ​ພັນທະມິດ​ຂອງເຈົ້າ ຈະ​ລົ້ມລົງ​ຕາຍ​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ ແລະ​ເຮົາ​ຈະ​ປະ​ຊາກສົບ​ຂອງ​ເຈົ້າ ໃຫ້​ເປັນ​ອາຫານ​ຂອງ​ຝູງນົກ​ກັບ​ສັດປ່າ​ທັງຫລາຍ.


ພວກເຈົ້າ​ຈະ​ສະດຸ້ງ​ຕື່ນ​ກັນ​ເອງ ທັງໆ​ທີ່​ບໍ່ມີ​ໃຜ​ໄລ່​ຕິດຕາມ​ມາ ແລະ​ພວກເຈົ້າ​ຈະ​ບໍ່​ສາມາດ​ຕໍ່ສູ້​ສັດຕູ​ໃດໆ​ໄດ້.


ລົດຮົບ​ແລ່ນ​ຕາມ​ທາງ​ກະທົບກະແທກ​ຢ່າງ​ແຮງ ໂດຍ​ແລ່ນ​ຟ້າວຟັ່ງ​ໄປມາ​ໃນ​ກາງ​ເມືອງ​ທີ່​ສີ່​ແຍກ. ພວກມັນ​ສົ່ງ​ແສງ​ເຍືອງ​ໄປ​ດັ່ງ​ກະບອງ ສ່ອງ​ແສງ​ເຕັ້ນ​ໄປ​ດັ່ງ​ແສງ​ຟ້າ​ແມບເຫລື້ອມ.


ຕໍ່​ແສງ​ແມບມາບ​ຂອງ​ລູກທະນູ​ທີ່​ຟົ້ງ​ໄປ​ຢ່າງໄວ ຕໍ່​ແສງ​ເຫລື້ອມໃສ​ຂອງ​ຫອກ​ທີ່​ຟົ້ງ​ຜ່ານ​ໄປ​ນັ້ນ ດວງຕາເວັນ​ກໍ​ຍັງ​ໄດ້​ຢູ່​ກັບ​ບ່ອນ​ຂອງມັນ ແລະ​ດວງເດືອນ​ກໍ​ຍັງ​ບໍ່ໄດ້​ເຄື່ອນຍ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka