Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາຮູມ 1:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.

Uka jalj uñjjattʼäta Copia luraña




ນາຮູມ 1:1
19 Jak'a apnaqawi uñst'ayäwi  

ເມື່ອ​ນິມໂຣດ​ໜີ​ຈາກ​ດິນແດນ​ນີ້​ໄປ ເພິ່ນ​ຈຶ່ງ​ໄປ​ທີ່​ປະເທດ​ອັດຊີເຣຍ ແລະ​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ອີກ​ດັ່ງນີ້: ນີເນເວ, ເຣໂຮໂບດ​ອີເຣ, ກາລາ,


ແລ້ວ​ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ຍົກທັບ​ຂອງຕົນ​ຖອຍຄືນ​ສູ່​ນະຄອນຫລວງ​ນີເນເວ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ອັນນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ຖືກ​ປະກາດ​ໃນ​ປີ​ທີ່​ກະສັດ​ອາຮາດ​ໄດ້​ຕາຍໄປ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ໂມອາບ. ເມືອງ​ອາຣະ​ແລະ​ເມືອງ​ກີຣະ​ໄດ້​ຖືກ​ທຳລາຍ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ດິນແດນ​ໂມອາບ​ກໍ​ມີ​ແຕ່​ຄວາມ​ມິດງຽບ​ທັງສິ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຕີເຣ. ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ພວກ​ແລ່ນ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ທ່າ​ເຮືອ​ໃນ​ເມືອງ​ທ່າ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ; ບ້ານ​ເຮືອນ​ກັບ​ທ່າ​ເຮືອ​ຖືກ​ພັງ​ພິນາດ​ສາ​ແລ້ວ. ພວກເຈົ້າ​ຮູ້​ຂ່າວ​ຕ່າງໆ ເມື່ອ​ເຮືອ​ຂອງ​ພວກເຈົ້າ​ກັບ​ມາ​ແຕ່​ເມືອງ​ໄຊປຣັດ.


ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ມາ​ຕັ້ງນານ​ແລ້ວ ກ່ອນ​ສະໄໝ​ຂອງ​ຂ້າພະເຈົ້າ ແລະ​ຂອງທ່ານ ໂດຍ​ໄດ້​ທຳນວາຍ​ວ່າ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ມາ​ຖືກ​ຫລາຍ​ຊົນຊາດ​ແລະ​ອານາຈັກ​ທີ່​ມີ​ອຳນາດ​ທັງຫລາຍ.


ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ກ່າວ​ຕໍ່ສູ້​ເມືອງ​ນີ້ ເຮົາ​ຮູ້​ວ່າ​ປະຊາຊົນ​ໃນ​ເມືອງ​ນີ້​ປະພຶດ​ຊົ່ວຊ້າ​ສໍ່າໃດ.”


ດັ່ງ​ເຂື່ອນ​ແຕກ​ນໍ້າ​ໄຫລ​ທັ່ງ​ອອກ​ເປັນ​ສາຍ​ທາລາ ປະຊາຊົນ​ກໍ​ຟ້າວຟັ່ງ​ອອກ​ມາ​ແຕ່​ນີເນເວ ທັງນັ້ນ ສຽງ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຢຸດ ຢຸດ​ສາກ່ອນ.” ແຕ່​ຜູ້​ທີ່​ປົບໜີໄປ​ບໍ່ມີ​ຜູ້ໃດ​ຫັນ​ຄືນ​ມາ​ຕອບ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ເປີດເຜີຍ​ແກ່​ຜູ້ທຳນວາຍ​ຮາບາກຸກ.


ພຣະອົງ​ຈະ​ໃຊ້​ອຳນາດ​ຂອງ​ພຣະອົງ​ເພື່ອ​ທຳລາຍ​ເມືອງ​ທາງ​ທິດເໜືອ​ຄື​ອັດຊີເຣຍ. ພຣະອົງ​ຈະ​ເຮັດ​ໃຫ້​ນີເນເວ​ເປັນ​ເມືອງ​ຮົກຮ້າງ​ເພພັງ ຄື​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ແຫ້ງແລ້ງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ພຣະອົງ​ໄດ້​ວາງ​ກົດ​ລົງໂທດ​ດິນແດນ​ຮັດຣັກ​ແລະ​ນະຄອນ​ດາມັສກັດ. ບໍ່ແມ່ນແຕ່​ເຜົ່າ​ທັງຫລາຍ​ໃນ​ຊາດ​ອິດສະຣາເອນ ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ; ແຕ່​ເມືອງເອກ​ຂອງ​ຊີເຣຍ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka