Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:5 - ພຣະຄຳພີສັກສິ

5 ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອາຈານ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້, ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ທ່ານ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.

Uka jalj uñjjattʼäta Copia luraña




ມາຣະໂກ 9:5
15 Jak'a apnaqawi uñst'ayäwi  

ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະອົງ​ພຽງແຕ່​ວັນດຽວ ກໍດີກວ່າ​ພັນວັນ​ຢູ່​ໃນ​ທີ່​ອື່ນໆ. ໄດ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າ ກໍດີກວ່າ​ໄດ້​ຢູ່​ໃນ​ເຮືອນ​ຂອງ​ຄົນຊົ່ວຮ້າຍ.


ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້ ຖ້າ​ພຣະອົງ​ຕ້ອງການ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ​ຄື ຫລັງ​ໜຶ່ງ​ສຳລັບ​ທ່ານ ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”


ພວກເຂົາ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ກາງ​ຕະຫລາດ ແລະ​ໃຫ້​ຄົນ​ເອີ້ນ​ຕົນ​ວ່າ, ‘ທ່ານ​ອາຈານ.’


ແຕ່​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ທ່ານ​ອາຈານ’ ເພາະ​ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ ແລະ ມີ​ອາຈານ​ແຕ່​ຜູ້​ດຽວ.


ແລ້ວ​ເອລີຢາ ແລະ ໂມເຊ​ກໍ​ປາກົດ​ແກ່​ສາວົກ​ພວກ​ນັ້ນ ກຳລັງ​ເວົ້າ​ກັນ​ຢູ່​ກັບ​ພຣະເຢຊູເຈົ້າ.


ເປໂຕ​ກັບ​ສາວົກ​ຄົນອື່ນໆ​ຢ້ານ​ຈົນ​ຕົວ​ສັ່ນ ທີ່​ລາວ​ເວົ້າ​ເຊັ່ນ​ນັ້ນ ເພາະ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຢ່າງ​ໃດ.


ເມື່ອ​ສອງ​ຄົນ​ນັ້ນ​ກຳລັງ​ຈາກ​ພຣະເຢຊູເຈົ້າ​ໄປ, ເປໂຕ​ຈຶ່ງ​ກ່າວ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້ ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຄື​ຫລັງ​ໜຶ່ງ​ສຳລັບ​ທ່ານ ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ອີກ​ສຳລັບ​ເອລີຢາ.” (ເປໂຕ​ບໍ່​ຮູ້​ສຶກ​ຕົວ​ວ່າ​ຕົນເອງ​ກຳລັງ​ເວົ້າ​ຫຍັງ.)


ໃນ​ຂະນະ​ນັ້ນ ພວກ​ສາວົກ​ບອກ​ພຣະອົງ​ວ່າ, “ພຣະອາຈານ ຂໍ​ເຊີນ​ຮັບປະທານ​ອາຫານ​ສາເຖີດ.”


ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,


ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka