Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:4 - ພຣະຄຳພີສັກສິ

4 ແລ້ວ​ເອລີຢາ ແລະ ໂມເຊ​ກໍ​ປາກົດ​ແກ່​ສາວົກ​ພວກ​ນັ້ນ ກຳລັງ​ເວົ້າ​ກັນ​ຢູ່​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 9:4
15 Jak'a apnaqawi uñst'ayäwi  

ພວກ​ຜູ້ທຳນວາຍ​ທຸກຄົນ ແລະ​ກົດບັນຍັດ​ໄດ້​ທຳນວາຍ​ມາ​ຈົນເຖິງ​ຄາວ​ຂອງ​ໂຢຮັນ​ນີ້,


ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ເກີດ​ຮຸ່ງເຮືອງ​ຂາວ​ເຫຼື້ອມໃສ ຈົນ​ບໍ່ມີ​ຜູ້ໃດ​ໃນ​ໂລກນີ້​ຊັກ​ໃຫ້​ຂາວ​ເຊັ່ນນັ້ນ​ໄດ້.


ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອາຈານ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້, ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ທ່ານ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”


ແລ້ວ​ພຣະອົງ​ຈຶ່ງ​ຊົງ​ອະທິບາຍ​ພຣະຄຳພີ​ທຸກ​ຕອນ ທີ່​ກ່າວ​ເຖິງ​ເລື່ອງ​ພຣະອົງ​ສູ່​ພວກເພິ່ນ​ຟັງ ຄື​ເລີ່ມ​ແຕ່​ໂມເຊ ຕະຫລອດ​ເຖິງ​ພວກ​ຜູ້ທຳນວາຍ.


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”


ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ ຄົນອື່ນ​ເວົ້າ​ວ່າ ທ່ານ​ແມ່ນ​ເອລີຢາ ສ່ວນ​ຄົນອື່ນໆ​ອີກ​ເວົ້າ​ວ່າ ທ່ານ​ແມ່ນ​ຜູ້ທຳນວາຍ​ຄົນ​ໜຶ່ງ ໃນ​ບັນດາ​ຜູ້ທຳນວາຍ​ແຕ່​ສະໄໝ​ບູຮານ ທີ່​ເປັນ​ຄືນ​ມາ​ສູ່​ຊີວິດ.”


ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka