Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:1 - ພຣະຄຳພີສັກສິ

1 ພຣະອົງ​ຍັງ​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ໃນ​ພວກ​ຄົນ​ທີ່​ຢືນ​ຢູ່​ທີ່​ນີ້ ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ຣິດອຳນາດ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.

Uka jalj uñjjattʼäta Copia luraña




ມາຣະໂກ 9:1
13 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ພວກເຈົ້າ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້ ບາງຄົນ​ຈະ​ບໍ່​ຮູ້​ຣົດ​ຄວາມຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ບຸດ​ມະນຸດ​ມາ​ດ້ວຍ​ຣາຊອຳນາດ​ຂອງ​ພຣະອົງ.”


ເມື່ອນັ້ນ ໝາຍສຳຄັນ​ແຫ່ງ​ບຸດ​ມະນຸດ​ກໍ​ຈະ​ປາກົດ​ຂຶ້ນ​ໃນ​ທ້ອງຟ້າ ແລະ​ມະນຸດ​ທຸກ​ຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້​ຄໍ່າຄວນ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ມາ​ເທິງ​ເມກ​ໃນ​ສະຫວັນ​ດ້ວຍ​ຣິດທານຸພາບ ແລະ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່.


“ເມື່ອ​ບຸດ​ມະນຸດ​ສະເດັດ​ມາ​ໃນ​ສະຫງ່າຣາສີ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ​ນັ້ນ ເພິ່ນ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ


ເມື່ອນັ້ນ​ເຂົາ​ຈະ​ເຫັນ ‘ບຸດ​ມະນຸດ​ມາ​ປາກົດ​ໃນ​ເມກ’ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຄົນ​ສະໄໝ​ນີ້​ຈະ​ບໍ່​ລ່ວງລັບ​ໄປ ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ສຳແດງ​ໃຫ້​ເພິ່ນ​ຮູ້​ວ່າ ເພິ່ນ​ຈະ​ບໍ່​ຕາຍ​ກ່ອນ​ໄດ້​ເຫັນ​ພຣະຄຣິດ ຜູ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.


ເຮົາ​ບອກ​ພວກເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ ຈົນກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ.”


ເພື່ອ​ພວກເຈົ້າ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງເຮົາ ໃນ​ອານາຈັກ​ຂອງເຮົາ ແລະ​ເພື່ອ​ພວກເຈົ້າ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ ເພື່ອ​ພິພາກສາ​ຕັດສິນ​ຊາດ​ອິດສະຣາເອນ​ທັງ​ສິບສອງ​ເຜົ່າ​ນັ້ນ.”


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ມີ​ບາງຄົນ​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ຣົດ​ແຫ່ງ​ຄວາມ​ຕາຍ ຈົນກວ່າ​ພວກເຂົາ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ.”


ເຫດສະນັ້ນ ຄຳ​ທີ່​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ ຈຶ່ງ​ຊ່າລື​ທົ່ວ​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ, ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ກ່າວ​ວ່າ ສາວົກ​ຄົນ​ນີ້​ຈະ​ບໍ່​ຕາຍ, ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ອັນໃດ​ກັບ​ເຈົ້າ.”


ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka