Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 8:6 - ພຣະຄຳພີສັກສິ

6 ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ນັ້ນ ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ຫັກ​ໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ກໍ​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ. ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ ແລະ ພວກເພິ່ນ​ກໍ​ເຮັດ​ຕາມ​ນັ້ນ.

Uka jalj uñjjattʼäta Copia luraña




ມາຣະໂກ 8:6
18 Jak'a apnaqawi uñst'ayäwi  

ໃນ​ລະຫວ່າງ​ອາຫານ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ​ໂມທະນາ​ຂອບພຣະຄຸນ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ.”


“ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ສີ່ພັນ​ຄົນ​ນັ້ນ ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫຼືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.


ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.


ພວກເຂົາ​ຍັງ​ມີ​ປາ​ນ້ອຍ​ຈຳນວນ​ໜຶ່ງ. ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຂໍ​ພຣະພອນ​ສຳລັບ​ປາ​ນ້ອຍ​ເຫຼົ່ານັ້ນ ແລະ​ສັ່ງ​ໃຫ້​ພວກ​ສາວົກ​ນຳ​ເອົາ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ​ເຊັ່ນກັນ.


ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


ເມື່ອ​ພຣະອົງ​ນັ່ງ​ລົງ​ຮັບປະທານ​ອາຫານ​ກັບ​ພວກເພິ່ນ ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ກ່າວ​ໂມທະນາ​ຂອບພຣະຄຸນ ແລະ​ຫັກ​ເຂົ້າຈີ່​ນັ້ນ​ຍື່ນໃຫ້​ພວກເພິ່ນ.


ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”


ແຕ່​ມີ​ເຮືອ​ລຳ​ອື່ນ ຊຶ່ງ​ມາ​ຈາກ​ຕີເບເຣຍ​ມາ​ຈອດ​ຢູ່​ໃກ້​ກັບ​ບ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ແລ້ວ​ນັ້ນ.


ຜູ້​ທີ່​ຖື​ວັນ ກໍ​ຖື​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ​ເໝືອນກັນ ຜູ້​ທີ່​ກິນ ກໍ​ກິນ​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ. ດ້ວຍວ່າ, ເພິ່ນ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ​ນັ້ນ ສ່ວນ​ຜູ້​ທີ່​ບໍ່​ຍອມ​ກິນ​ບາງ​ຢ່າງ ກໍ​ບໍ່​ຍອມ​ກິນ​ເພື່ອ​ຖວາຍ​ກຽດ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເພິ່ນ​ກໍ​ຍັງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka