Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:9 - ພຣະຄຳພີສັກສິ

9 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ເກີນ​ວ່າ​ດີ​ແທ້​ນໍ ທີ່​ເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ ເພື່ອ​ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ພວກເຈົ້າ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ແລະ ພຣະອົງ​ກໍ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມີ​ວິທີ​ຫລີກລ້ຽງ​ຄຳສັ່ງ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ເຮັດ​ຕາມ​ທຳນຽມ​ຂອງ​ຕົນ!

Uka jalj uñjjattʼäta Copia luraña




ມາຣະໂກ 7:9
16 Jak'a apnaqawi uñst'ayäwi  

ເຖິງ​ເວລາ​ແລ້ວ​ທີ່​ພຣະເຈົ້າຢາເວ​ຕ້ອງ​ລົງມື ເພາະ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ດ້ວຍ​ວິທີ​ນີ້​ແຫຼະ ຄຳສັ່ງສອນ​ທີ່​ສືບທອດ​ຕໍ່​ກັນ​ມາ ຈຶ່ງ​ໄດ້​ລຶບ​ລ້າງ​ພຣະທຳ​ຂອງ​ພຣະເຈົ້າ, ນອກ​ນັ້ນ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້.”


ສ່ວນ​ພວກ​ຟາຣີຊາຍ​ແລະ​ຄົນ​ຢິວ​ທົ່ວ​ໄປ​ນັ້ນ ປະຕິບັດ​ຕາມ​ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ປູ່ຍ່າຕາຍາຍ​ວ່າ ຖ້າ​ບໍ່​ລ້າງ​ມື​ຕາມ​ພິທີ ຄື​ແຕ່​ມື​ເຖິງ​ຂໍ່​ມື​ຂອງ​ພວກເຂົາ ກໍ​ບໍ່​ກິນ​ອາຫານ;


ສະນັ້ນ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳ​ສອນ ທີ່​ສືບທອດ​ມາ​ຈາກ​ປູ່ຍ່າຕາຍາຍ, ແຕ່​ກິນ​ອາຫານ​ດ້ວຍ​ມື​ບໍ່​ສະອາດ?”


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ຫລື? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ພວກເຮົາ​ຍັງ​ເປັນ​ຜູ້​ສະໜັບ​ສະໜູນ​ກົດບັນຍັດ​ອີກ.


ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.


ເຮົາ​ເປັນ​ຜູ້​ກ້າວໜ້າ​ເກີນ​ກວ່າ​ເພື່ອນ​ຮ່ວມ​ຊາດ​ຊາວ​ຢິວ ທີ່​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວກັນ ແລະ​ເຮົາ​ກໍ​ກະຕື​ລືລົ້ນ​ຫລາຍກວ່າ​ພວກເຂົາ ໃນ​ການ​ປະຕິບັດ​ຕາມ​ສາສະໜາ​ຢິວ ທີ່​ສືບ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ.


ເຮົາ​ບໍ່ໄດ້​ເຮັດ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ເສຍ​ໄປ​ລ້າໆ ເພາະວ່າ ຖ້າ​ຄວາມ​ຊອບທຳ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ​ແລ້ວ ພຣະຄຣິດ​ກໍ​ຊົງ​ສິ້ນພຣະຊົນ​ໂດຍ​ບໍ່ມີ​ປະໂຫຍດ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka