Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:7 - ພຣະຄຳພີສັກສິ

7 ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ ບໍ່ມີ​ປະໂຫຍດ​ຕໍ່​ພວກເຂົາ​ຫຍັງ​ໝົດ ດ້ວຍວ່າ, ພວກເຂົາ​ສັ່ງສອນ​ເອົາ​ທຳນຽມ ຂອງ​ມະນຸດ​ມາ​ຕູ່​ຫາ​ວ່າ ເປັນ​ຄຳສັ່ງສອນ​ຂອງ​ພຣະເຈົ້າ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ພວກເຂົາ​ນະມັດສະການ​ເຮົາ​ໂດຍ​ບໍ່​ມີ​ປະໂຫຍດ ຄຳສອນ​ຂອງ​ພວກເຂົາ​ເປັນ​ພຽງ​ກົດເກນ​ທີ່​ມະນຸດ​ສອນ​ຕໍ່​ກັນ​ມາ’.

Uka jalj uñjjattʼäta Copia luraña




ມາຣະໂກ 7:7
15 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ນັ້ນ​ໄຮ້ປະໂຫຍດ. ມີ​ປະໂຫຍດ​ຫຍັງ​ທີ່​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ບອກ ຫລື​ພະຍາຍາມ​ສະແດງ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ວ່າ ພວກເຮົາ​ເສຍໃຈ​ຕໍ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ?


ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ ເປັນ​ການ​ໄຮ້​ປະໂຫຍດ ເພາະ​ພວກເຂົາ​ເອົາ​ຄຳສັ່ງສອນ ຕາມ​ທຳນຽມ​ຂອງ​ມະນຸດ ມາ​ຕູ່​ຫາ​ວ່າ​ເປັນ​ຄຳສັ່ງສອນ​ຂອງເຮົາ.”’


“ແຕ່​ເມື່ອ​ເຈົ້າ​ພາວັນນາ​ອະທິຖານ ຢ່າ​ເວົ້າ​ຊໍ້າ​ຄຳ​ເກົ່າ​ເໝືອນ​ຄົນ​ບໍ່​ນັບຖື​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ພຣະເຈົ້າ​ຈະ​ໄດ້ຍິນ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ.


ຖ້າ​ພຣະຄຣິດ​ບໍ່ໄດ້​ຊົງ​ຄືນພຣະຊົນ​ແລ້ວ ການ​ປະກາດ​ຂອງ​ພວກເຮົາ​ກໍ​ບໍ່ມີ​ປະໂຫຍດ ແລະ​ຄວາມເຊື່ອ​ຂອງ​ພວກເຈົ້າ ກໍ​ບໍ່ມີ​ປະໂຫຍດ​ເໝືອນກັນ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


ສິ່ງ​ທີ່​ກ່າວ​ມາ​ນັ້ນ​ຕ້ອງ​ເກີດ​ວິບັດ​ເມື່ອ​ໃຊ້​ມັນ ຊຶ່ງ​ເປັນ​ຫລັກ​ທຳ​ແລະ​ຄຳສອນ​ຂອງ​ມະນຸດ.


ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ, ເລື່ອງ​ລຳດັບ​ເຊື້ອວົງ​ອັນ​ຍືດຍາວ​ຂອງ​ບັນພະບຸລຸດ, ການ​ຜິດຖຽງ​ກັນ ແລະ​ການ​ຕໍ່ສູ້​ກັນ​ເຖິງ​ເລື່ອງ​ກົດບັນຍັດ, ສິ່ງ​ເຫຼົ່ານັ້ນ​ເປັນ​ການ​ໄຮ້​ປະໂຫຍດ​ແລະ​ບໍ່ມີ​ຄຸນຄ່າ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ທຳມະ ແຕ່​ບໍ່ໄດ້​ຫ້າມ​ລີ້ນ​ຂອງຕົນ​ແລ້ວ ທຳມະ​ຂອງ​ຜູ້ນັ້ນ​ກໍ​ບໍ່ມີ​ປະໂຫຍດ ແລະ​ເປັນ​ການ​ຫລອກລວງ​ຕົນເອງ​ເທົ່ານັ້ນ.


ໂອ ຄົນ​ໂງ່​ເອີຍ, ເຈົ້າ​ຢາກ​ຮຽນຮູ້​ຫລື​ວ່າ ຄວາມເຊື່ອ​ທີ່​ບໍ່ມີ​ການ​ປະຕິບັດ​ນັ້ນ​ກໍ​ໄຮ້​ຜົນ?


ຝ່າຍ​ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ ທີ່​ໄດ້ຍິນ​ຄຳທຳນວາຍ​ທັງຫຼາຍ​ໃນ​ໜັງສື​ມ້ວນ​ນີ້​ວ່າ, “ຖ້າ​ຜູ້ໃດ​ຈະ​ເພີ່ມຕື່ມ​ຂໍ້ຄວາມ​ໃດໆ​ໃສ່​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ເອົາ​ໄພພິບັດ​ທີ່​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້ ເພີ່ມຕື່ມ​ໃຫ້​ແກ່​ຜູ້ນັ້ນ.


ຢ່າ​ຫລົງ​ໄຫລ​ໄປ​ນຳ​ພະທຽມ; ມັນ​ຊ່ວຍເຫລືອ​ຫຍັງ​ພວກເຈົ້າ​ບໍ່ໄດ້ ເພາະ​ມັນ​ບໍ່ແມ່ນ​ພຣະ​ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka