Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:5 - ພຣະຄຳພີສັກສິ

5 ສະນັ້ນ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳ​ສອນ ທີ່​ສືບທອດ​ມາ​ຈາກ​ປູ່ຍ່າຕາຍາຍ, ແຕ່​ກິນ​ອາຫານ​ດ້ວຍ​ມື​ບໍ່​ສະອາດ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ດັ່ງນັ້ນ ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່ ແຕ່​ຮັບປະທານ​ອາຫານ​ດ້ວຍ​ມື​ທີ່​ເປັນມົນທິນ?”

Uka jalj uñjjattʼäta Copia luraña




ມາຣະໂກ 7:5
12 Jak'a apnaqawi uñst'ayäwi  

“ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ບູຮານ? ດ້ວຍວ່າ, ພວກເຂົາ​ບໍ່ໄດ້​ລ້າງ​ມື​ຕາມ​ທຳນຽມ​ກ່ອນ​ຮັບປະທານ​ອາຫານ.”


ດ້ວຍ​ວິທີ​ນີ້​ແຫຼະ ຄຳສັ່ງສອນ​ທີ່​ສືບທອດ​ຕໍ່​ກັນ​ມາ ຈຶ່ງ​ໄດ້​ລຶບ​ລ້າງ​ພຣະທຳ​ຂອງ​ພຣະເຈົ້າ, ນອກ​ນັ້ນ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້.”


“ພວກເຈົ້າ​ປະ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ​ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ມະນຸດ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ເກີນ​ວ່າ​ດີ​ແທ້​ນໍ ທີ່​ເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ ເພື່ອ​ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ພວກເຈົ້າ​ເອງ.


ພວກເຂົາ​ໄດ້ຍິນ​ຂ່າວ​ວ່າ ທ່ານ​ສັ່ງສອນ​ພວກ​ຢິວ​ທຸກຄົນ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ນັ້ນ ໃຫ້​ປະຖິ້ມ​ກົດບັນຍັດ​ຂອງ​ໂມເຊ ໂດຍ​ບອກ​ພວກເຂົາ​ບໍ່​ໃຫ້​ເຮັດ​ພິທີຕັດ​ແກ່​ລູກໆ ແລະ​ບໍ່​ໃຫ້​ຢຶດຖື​ຮີດເກົ່າ​ຄອງຫລັງ​ຂອງ​ຢິວ​ຕໍ່ໄປ.


ຈົ່ງ​ນຳ​ພວກເຂົາ​ໄປ ແລະ​ໃຫ້​ທ່ານ​ເຂົ້າ​ຮ່ວມ​ພິທີ​ຊຳລະ​ຕົວ​ກັບ​ພວກເຂົາ ແລະ​ຈ່າຍ​ຄ່າ​ທຳນຽມ​ຊຳລະ​ຕົວ​ໃຫ້​ແກ່​ພວກເຂົາ​ດ້ວຍ, ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ແຖ​ຫົວ​ຂອງ​ພວກ​ຕົນ​ໄດ້. ແລ້ວ​ຄົນ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ເລື່ອງ​ທີ່​ພວກເຂົາ​ໄດ້ຍິນ​ເຖິງ​ທ່ານ​ນັ້ນ ບໍ່​ເປັນ​ຄວາມຈິງ​ຈັກ​ຂໍ້, ແຕ່​ທ່ານ​ເອງ​ເປັນ​ຜູ້​ຢຶດຖື ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຢູ່.


ແລະ​ເພື່ອ​ເພິ່ນ​ຈະ​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ຮັບ​ພິທີຕັດ ແລະ​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ມີ​ຄວາມເຊື່ອ​ຕາມ​ແບບ​ຂອງ​ອັບຣາຮາມ ບິດາ​ຂອງ​ເຮົາ​ທັງຫລາຍ ຊຶ່ງ​ເພິ່ນ​ມີ​ຄວາມເຊື່ອ​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ນັ້ນ.


ເຮົາ​ເປັນ​ຜູ້​ກ້າວໜ້າ​ເກີນ​ກວ່າ​ເພື່ອນ​ຮ່ວມ​ຊາດ​ຊາວ​ຢິວ ທີ່​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວກັນ ແລະ​ເຮົາ​ກໍ​ກະຕື​ລືລົ້ນ​ຫລາຍກວ່າ​ພວກເຂົາ ໃນ​ການ​ປະຕິບັດ​ຕາມ​ສາສະໜາ​ຢິວ ທີ່​ສືບ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ.


ພວກເຮົາ​ກ່າວ​ເຊັ່ນນີ້ ເພາະ​ພວກເຮົາ​ໄດ້ຍິນ​ວ່າ ມີ​ບາງຄົນ​ໃນ​ພວກເຈົ້າ​ດຳເນີນ​ຊີວິດ​ຢ່າງ​ກຽດຄ້ານ ແລະ​ບໍ່​ເຮັດ​ວຽກ​ເຮັດ​ການ​ຫຍັງ ມີ​ແຕ່​ທ່ຽວ​ຫາ​ຫຍຸ້ງກ່ຽວ​ກັບ​ກິດ​ທຸລະ​ຂອງ​ຄົນອື່ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka