Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:4 - ພຣະຄຳພີສັກສິ

4 ແລະ ເມື່ອ​ພວກເຂົາ​ມາ​ຈາກ​ຕະຫລາດ ຖ້າ​ບໍ່ໄດ້​ຊຳລະ​ຕົວ​ກ່ອນ ພວກເຂົາ​ກໍ​ບໍ່​ຍອມ​ກິນ. ນອກຈາກນີ້ ພວກເຂົາ​ຍັງ​ຖື​ທຳນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ​ເຊັ່ນ​ວ່າ: ການ​ລ້າງ​ຖ້ວຍ​ຊາມ, ໝໍ້, ເຄື່ອງໃຊ້​ເປັນ​ທອງແດງ ແລະ​ທອງ​ເຫລືອງ ແລະ​ຕຽງ​ນອນ.)

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ພວກເຂົາ​ກັບ​ມາ​ຈາກ​ຕະຫລາດ​ຖ້າ​ບໍ່​ໄດ້​ຊຳລະ​ໂຕ​ກ່ອນ ພວກເຂົາ​ກໍ​ຈະ​ບໍ່​ຍອມ​ກິນ ແລະ ຍັງ​ມີ​ທຳນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ​ເຊັ່ນ​ວ່າ: ການ​ລ້າງ​ຈອກ, ໝໍ້ ແລະ ພາຊະນະ​ຕ່າງໆ.)

Uka jalj uñjjattʼäta Copia luraña




ມາຣະໂກ 7:4
15 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຂໍ​ລ້າງ​ມື​ເພື່ອ​ສະແດງ​ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ ແລະ​ໄປ​ເຖິງ​ແທ່ນບູຊາ​ຂອງ​ພຣະອົງ.


ຈົ່ງ​ຊຳລະ​ຕົວ​ຂອງ​ພວກເຈົ້າ​ໃຫ້​ສະອາດ. ຈົ່ງ​ເລີກ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ເຮົາ​ເຫັນ​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ແມ່ນແລ້ວ ຈົ່ງ​ເລີກ​ເຮັດ​ຊົ່ວ​ສາ


ແລ້ວ​ຂ້າພະເຈົ້າ​ກໍໄດ້​ວາງ​ຈອກ​ແລະ​ຖ້ວຍ​ທີ່​ມີ​ເຫຼົ້າ​ອະງຸ່ນ​ເຕັມ​ຢູ່ ໄວ້​ຕໍ່ໜ້າ​ຊາວ​ເຣກາບ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຊີນ​ດື່ມ​ເຫຼົ້າ​ອະງຸ່ນ​ເຖີດ.”


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ສ່ວນ​ຂ້າງ​ໃນ​ແລ້ວ​ເຕັມ​ໄປ​ແຕ່​ການ​ຂູ່ເຂັນ​ເອົາ ແລະ​ການ​ເຫັນແກ່ຕົວ.


ຄົນ​ຟາຣີຊາຍ​ຕາບອດ​ເອີຍ ຈົ່ງ​ລ້າງ​ຖ້ວຍ​ຊາມ​ຂ້າງ​ໃນ​ກ່ອນ ເພື່ອ​ຂ້າງ​ນອກ​ຈະ​ສະອາດ​ເໝືອນກັນ.”


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”


“ພວກເຈົ້າ​ປະ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ​ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ມະນຸດ.”


ໃນ​ບ່ອນ​ນັ້ນ​ມີ​ອ່າງ​ຕັ້ງ​ໄວ້​ຢູ່​ຫົກ​ໜ່ວຍ ຄື​ອ່າງ​ທີ່​ຊາວ​ຢິວ​ໃຊ້​ໃນ​ພິທີ​ຊຳລະ​ລ້າງ​ຕາມ​ທຳນຽມ ອ່າງ​ແຕ່ລະ​ໜ່ວຍ​ໃສ່​ນໍ້າ​ໄດ້​ປະມານ​ຮ້ອຍ​ລິດ.


ສິດ​ຂອງ​ໂຢຮັນ​ບາງຄົນ​ໄດ້​ຖົກຖຽງ​ກັບ​ຄົນ​ຢິວ​ຜູ້ໜຶ່ງ ກ່ຽວກັບ​ການ​ຊຳລະ​ລ້າງ​ຕາມ​ປະເພນີ.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka