Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:2 - ພຣະຄຳພີສັກສິ

2 ພວກເຂົາ​ໄດ້​ສັງເກດ​ເຫັນ​ວ່າ ພວກ​ສາວົກ​ຂອງ​ພຣະອົງ​ກິນ​ເຂົ້າ​ໂດຍ​ບໍ່ໄດ້​ລ້າງ​ມື​ຕາມ​ພິທີ​ກ່ອນ. (

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ເຫັນ​ພວກສາວົກ​ບາງຄົນ​ຂອງ​ພຣະອົງ​ຮັບປະທານ​ອາຫານ​ໂດຍ​ບໍ່​ໄດ້​ລ້າງມື​ກອ່ນ ເຊິ່ງ​ຖື​ວ່າ​ເປັນມົນທິນ.

Uka jalj uñjjattʼäta Copia luraña




ມາຣະໂກ 7:2
12 Jak'a apnaqawi uñst'ayäwi  

“ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ບູຮານ? ດ້ວຍວ່າ, ພວກເຂົາ​ບໍ່ໄດ້​ລ້າງ​ມື​ຕາມ​ທຳນຽມ​ກ່ອນ​ຮັບປະທານ​ອາຫານ.”


ສະນັ້ນ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳ​ສອນ ທີ່​ສືບທອດ​ມາ​ຈາກ​ປູ່ຍ່າຕາຍາຍ, ແຕ່​ກິນ​ອາຫານ​ດ້ວຍ​ມື​ບໍ່​ສະອາດ?”


ຄົນ​ຟາຣີຊາຍ​ຜູ້​ນີ້ ກໍ​ປະຫລາດ​ໃຈ​ເມື່ອ​ເຫັນ​ວ່າ​ກ່ອນ​ຈະ​ກິນ ພຣະອົງ​ບໍ່ໄດ້​ຊຳລະ​ລ້າງ​ຕາມ​ທຳນຽມ.


ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ.


ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ດ້ວຍວ່າ ຂ້ານ້ອຍ​ບໍ່ເຄີຍ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ຫລື​ເປັນ​ມົນທິນ ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກເທື່ອ’,


ໝັ້ນໃຈ​ໃນ​ອົງ​ພຣະເຢຊູເຈົ້າ​ວ່າ ບໍ່ມີ​ອັນ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ; ແຕ່​ຖ້າ​ຄົນ​ໃດ​ຄິດ​ວ່າ​ມັນ​ເປັນ​ຂອງ​ຕ້ອງ​ຫ້າມ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳລັບ​ລາວ.


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka