Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:4 - ພຣະຄຳພີສັກສິ

4 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້​ປະກາດ​ພຣະທຳ​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ທົ່ວ​ທຸກ​ບ່ອນ ເວັ້ນ​ໄວ້​ແຕ່​ໃນ​ບ້ານ​ເມືອງ​ຂອງຕົນ, ຍາດຕິພີ່ນ້ອງ​ຂອງຕົນ ແລະ​ຄອບຄົວ​ຂອງຕົນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ, ບັນດາ​ຍາດພີ່ນ້ອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.

Uka jalj uñjjattʼäta Copia luraña




ມາຣະໂກ 6:4
6 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຊາວ​ອານາທົດ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ຖືກ​ຂ້າ ແລະ​ພວກເຂົາ​ກໍ​ບອກ​ວ່າ, ພວກເຂົາ​ຈະ​ຂ້າ​ຂ້າພະເຈົ້າ​ເສຍ ຖ້າ​ຂ້າພະເຈົ້າ​ຍັງ​ສືບຕໍ່​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່.


ແມ່ນແຕ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຈົ້າ​ກໍ​ຍັງ​ຫັກຫລັງ ພວກເຂົາ​ເຂົ້າ​ຮ່ວມກຸ່ມ​ເພື່ອ​ໂຈມຕີ​ຕໍ່ສູ້​ເຈົ້າ. ເຖິງ​ວ່າ​ພວກເຂົາ​ເວົ້າ​ຢ່າງ​ເພື່ອນມິດ​ກໍຕາມ ຢ່າ​ວາງໃຈເຊື່ອ​ທັງ​ຢ່າ​ເວົ້າ​ຄຳ​ໃດໆ​ກັບ​ພວກເຂົາ​ດ້ວຍ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ. ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້​ປະກາດ​ພຣະທຳ​ຈະ​ບໍ່​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນ​ໄວ້​ແຕ່​ໃນ​ບ້ານ​ເມືອງ​ຂອງຕົນ ແລະ​ຈາກ​ຄອບຄົວ​ຂອງຕົນ.”


ພຣະເຢຊູເຈົ້າ​ໄດ້​ຈາກ​ບ່ອນ​ນັ້ນ ແລະ​ກັບຄືນ​ໄປ​ທີ່​ເມືອງ​ຂອງ​ພຣະອົງ ໂດຍ​ມີ​ພວກ​ສາວົກ​ຂອງ​ພຣະອົງ​ຕິດຕາມ​ໄປ​ນຳ.


ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ບໍ່ມີ​ຜູ້ທຳນວາຍ​ຄົນ​ໃດ​ດອກ ທີ່​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ.”


ເພາະ​ພຣະເຢຊູເຈົ້າ​ເອງ​ໄດ້​ເປັນ​ພະຍານ​ວ່າ, ຜູ້ທຳນວາຍ​ບໍ່ໄດ້​ຮັບ​ກຽດ ແລະ​ຄວາມນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka