Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:3 - ພຣະຄຳພີສັກສິ

3 ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ລາວ​ເປັນ​ຊ່າງໄມ້​ບໍ່​ແມ່ນ​ບໍ? ລາວ​ເປັນ​ລູກຊາຍ​ຂອງ​ນາງ​ມາຣີ ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ບໍ່​ແມ່ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ກັບ​ພວກເຮົາ​ບໍ່​ແມ່ນ​ບໍ?” ແລ້ວ​ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 6:3
21 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.


ຜູ້ໃດ​ທີ່​ບໍ່​ສົງໄສ​ເຮົາ​ກໍ​ເປັນ​ສຸກ.”


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ໃນ​ທີ່ນັ້ນ ມີ​ພວກ​ແມ່ຍິງ​ບາງຄົນ​ທີ່​ຄອຍ​ເບິ່ງ​ຢູ່​ຫ່າງໆ ໃນ​ພວກເຂົາ​ນັ້ນ​ມີ: ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ນ້ອງ ແລະ ຂອງ​ໂຢເຊ​ກັບ​ນາງ​ຊາໂລເມ.


ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ,


ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ​ກ່າວ​ກັບ​ມາຣີ​ແມ່​ຂອງ​ພຣະ​ກຸມມານ​ນັ້ນ​ວ່າ, “ພຣະເຈົ້າ​ໄດ້​ເລືອກ​ເດັກ​ຄົນ​ນີ້​ໄວ້ ເພື່ອ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ ໃນ​ຊາດ​ອິດສະຣາເອນ​ລົ້ມ​ລົງ ແລະ​ລຸກ​ຂຶ້ນ​ໃໝ່ ເປັນ​ໝາຍສຳຄັນ​ທີ່​ຫລາຍ​ຄົນ​ຈະ​ເວົ້າ​ຕໍ່ຕ້ານ


ບຸກຄົນ​ໃດ​ທີ່​ບໍ່​ສະດຸດ​ສົງໄສ​ໃນ​ເຮົາ ຜູ້​ນັ້ນ​ກໍ​ເປັນ​ສຸກ.”


ມີ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ແມ່​ແລະ​ນ້ອງຊາຍ​ຂອງທ່ານ ກຳລັງ​ຢືນ​ຢູ່​ຂ້າງ​ນອກ ຢາກ​ພົບ​ທ່ານ.”


ຢູດາ​ຜູ້​ທີ່​ບໍ່ແມ່ນ​ຢູດາ​ອິດສະກາຣີອົດ ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນຫຍັງ​ພຣະອົງ​ຈຶ່ງ​ສຳແດງ​ຕົວ​ແກ່​ພວກ​ຂ້ານ້ອຍ ແຕ່​ບໍ່​ສຳແດງ​ຕົວ​ແກ່​ໂລກ?”


ພວກເຂົາ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ​ບໍ່ແມ່ນ​ບໍ? ພວກເຮົາ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ​ດີ ດ້ວຍເຫດໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ, ‘ເຮົາ​ລົງ​ມາ​ຈາກ​ສະຫວັນ?”’


ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.


ເປໂຕ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ພວກເຂົາ​ມິດ ແລະ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ ເຖິງ​ເລື່ອງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ຕົນ​ອອກ​ມາ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ເປໂຕ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ ແລະ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ.” ເມື່ອ​ເພິ່ນ​ສັ່ງ​ແລ້ວ​ກໍ​ອອກ​ໄປ​ທີ່​ອື່ນ.


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


ເຮົາ​ບໍ່ມີ​ສິດ​ທີ່​ຈະ​ກິນ​ແລະ​ດື່ມ​ບໍ?


ເຮົາ​ບໍ່ໄດ້​ພົບ​ກັບ​ອັກຄະສາວົກ​ຄົນອື່ນ​ເລີຍ ນອກຈາກ​ຢາໂກໂບ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka