Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:2 - ພຣະຄຳພີສັກສິ

2 ພໍ​ເຖິງ​ວັນ​ຊະບາໂຕ ພຣະອົງ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ປະຊາຊົນ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ ແລະ​ເມື່ອ​ພວກເຂົາ​ໄດ້ຍິນ​ຄຳ​ສອນ​ຂອງ​ພຣະອົງ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ພວກເຂົາ​ຖາມ​ກັນ​ວ່າ, “ຄົນ​ນີ້​ເອົາ​ຄຳສັ່ງສອນ​ທັງໝົດ​ນີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ໄດ້​ໃຫ້​ແກ່​ຄົນ​ນີ້​ແມ່ນ​ປັນຍາ​ຢ່າງ​ໃດ? ເພາະ​ການ​ອັດສະຈັນ​ເຫຼົ່ານີ້​ກໍໄດ້​ສຳເລັດ​ດ້ວຍ​ມື​ຂອງ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເມື່ອ​ເຖິງ​ວັນຊະບາໂຕ, ພຣະອົງ​ກໍ​ໄດ້​ເລີ່ມຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ແລະ ຫລາຍ​ຄົນ​ທີ່​ໄດ້​ຟັງ​ພຣະອົງ​ຕ່າງ​ກໍ​ປະຫລາດໃຈ. ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເອົາ​ຄຳສັ່ງສອນ​ເຫລົ່ານີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ລາວ​ໄດ້​ຮັບ​ນີ້​ແມ່ນ​ສະຕິປັນຍາ​ຢ່າງ​ໃດ, ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້!

Uka jalj uñjjattʼäta Copia luraña




ມາຣະໂກ 6:2
11 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຊົງ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ ປະຊາຊົນ​ກໍ​ປະຫລາດ​ໃຈ​ຫລາຍ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ທຸກຄົນ​ທີ່​ໄດ້ຍິນ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ສະຕິປັນຍາ ແລະ​ຄຳຕອບ​ຂອງ​ພຣະ​ກຸມມານ​ນັ້ນ.


ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.


ພວກເຂົາ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ​ບໍ່ແມ່ນ​ບໍ? ພວກເຮົາ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ​ດີ ດ້ວຍເຫດໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ, ‘ເຮົາ​ລົງ​ມາ​ຈາກ​ສະຫວັນ?”’


ພວກ​ເຈົ້າໜ້າທີ່​ຢິວ​ປະຫລາດ​ໃຈ​ຢ່າງ​ໃຫຍ່​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ​ຄົນ​ນີ້​ຈຶ່ງ​ຮູ້​ກົດບັນຍັດ​ຫລາຍ​ແທ້ ທັງໆ​ທີ່​ລາວ​ບໍ່ເຄີຍ​ໄດ້​ຮໍ່າຮຽນ​ຈັກເທື່ອ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka