Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 5:2 - ພຣະຄຳພີສັກສິ

2 ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ ກໍ​ມີ​ຊາຍ​ຜູ້ໜຶ່ງ​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ໄດ້​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່​ໄດ້​ອອກ​ຈາກ​ອຸບມຸງ​ຝັງສົບ​ມາ​ພົບ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 5:2
13 Jak'a apnaqawi uñst'ayäwi  

ໃນ​ຕອນ​ກາງຄືນ ພວກເຂົາ​ໄປ​ໃນ​ຖໍ້າ ແລະ​ຂຸມຝັງສົບ ເພື່ອ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ປຶກສາ. ພວກເຂົາ​ກິນ​ຊີ້ນໝູ ແລະ​ຊົດ​ນໍ້າ​ຕົ້ມ​ຂອງ​ຊີ້ນໝູ ທີ່​ໄດ້​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ.


ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ຂອງ​ພວກເຂົາ​ທີ່​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ແລະ​ລາວ​ໄດ້ຮ້ອງ​ຂຶ້ນ​ວ່າ,


ຜີຊົ່ວຮ້າຍ​ໄດ້​ເຮັດ​ໃຫ້​ລາວ​ຊັກ​ດິ້ນ​ຢ່າງ​ແຮງ ຮ້ອງ​ສຽງດັງ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ລາວ.


ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ກໍ​ເພາະ​ປະຊາຊົນ​ບາງຄົນ​ໄດ້​ເວົ້າ​ວ່າ, “ເພິ່ນ​ມີ​ຜີຊົ່ວຮ້າຍ​ເຂົ້າ​ສິງ​ຢູ່.”)


ສະນັ້ນ ພຣະອົງ​ຈຶ່ງ​ບອກ​ພວກ​ສາວົກ​ໃຫ້​ຕຽມ​ເຮືອ​ນ້ອຍ​ລຳ​ໜຶ່ງ​ໄວ້ ເພື່ອ​ປະຊາຊົນ​ຈະ​ບໍ່ໄດ້​ບຽດສຽດ​ພຣະອົງ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ອີກ​ທີ່​ແຄມ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ມາ​ເຕົ້າໂຮມ​ກັນ ແລ້ວ​ມາ​ຫາ​ພຣະອົງ ຈົນ​ພຣະອົງ​ຂຶ້ນ​ໄປ​ນັ່ງ​ຢູ່​ໃນ​ເຮືອ​ຫ່າງ​ຈາກ​ຝັ່ງ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.


ສະນັ້ນ ພວກເພິ່ນ​ຈຶ່ງ​ລາ​ປະຊາຊົນ ແລ້ວ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ແລ້ວ ແລະ​ພາກັນ​ຂີ່​ໄປ, ນອກ​ນີ້​ຍັງ​ມີ​ເຮືອ​ລຳ​ອື່ນ​ອີກ​ຫລາຍ​ລຳ​ໄປ​ນຳ​ດ້ວຍ.


ເມື່ອ​ພຣະເຢຊູເຈົ້າ​ຂີ່​ເຮືອ​ຂ້າມ​ທະເລສາບ​ກັບ​ໄປ​ແລ້ວ ທີ່​ແຄມ​ທະເລສາບ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ.


ຊາຍ​ຜູ້​ນີ້​ເຄີຍ​ອາໄສ​ຢູ່​ຕາມ​ປ່າຊ້າ ບໍ່ມີ​ຜູ້ໃດ​ສາມາດ​ມັດ​ຫລື​ແມ່ນແຕ່​ລ່າມໂສ້​ມັນ​ໄວ້​ໄດ້,


ມັນ​ເວົ້າ​ເຊັ່ນ​ນີ້​ກໍ​ເພາະ​ພຣະເຢຊູເຈົ້າ​ໄດ້​ບອກ​ມັນ​ວ່າ, “ຜີຊົ່ວຮ້າຍ​ອອກ​ຈາກ​ຊາຍ​ຄົນ​ນີ້​ແມ”)


ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ລູກສາວ​ຖືກ​ຜີຊົ່ວຮ້າຍ​ສິງ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ແລະ​ໃນ​ທັນໃດນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ບົກ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນີ້​ມາ​ພົບ​ພຣະອົງ ຊາຍ​ຄົນ​ນີ້​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່ ເປັນ​ເວລາ​ດົນນານ​ແລ້ວ​ທີ່​ລາວ​ບໍ່ໄດ້​ນຸ່ງ​ເຄື່ອງ ແລະ​ບໍ່ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ.


ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka