Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 5:12 - ພຣະຄຳພີສັກສິ

12 ດັ່ງນັ້ນ ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ນັ້ນ ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ​ສາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພວກ​ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ວ່າ, “ຂໍ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ​ສາ”.

Uka jalj uñjjattʼäta Copia luraña




ມາຣະໂກ 5:12
9 Jak'a apnaqawi uñst'ayäwi  

ແຕ່​ບັດນີ້ ຖ້າ​ວ່າ​ພຣະອົງ​ໃຫ້​ຕົວ​ລາວ​ເຈັບປວດ ລາວ​ກໍ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ໂລດ.”


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


“ຢ່າ​ເອົາ​ສິ່ງ​ທີ່​ບໍຣິສຸດ​ໂຍນ​ໃຫ້​ໝາ ຢ້ານ​ວ່າ​ມັນ​ຈະ​ຫັນ​ຄືນ​ມາ​ສວບ​ກັດ​ເຈົ້າ ຢ່າ​ໂຍນ​ໄຂ່ມຸກ​ໃສ່​ຕໍ່ໜ້າ​ໝູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢໍ່າ​ຖິ້ມ​ເທົ່ານັ້ນ.”


ຢູ່​ໃກ້​ພູ​ນັ້ນ ມີ​ໝູ​ຝູງ​ໃຫຍ່​ທີ່​ກຳລັງ​ຊອກ​ຫາ​ກິນ​ຢູ່​ຕາມ​ເນີນພູ.


ພຣະອົງ​ອະນຸຍາດ​ໃຫ້​ພວກ​ມັນ ແລ້ວ​ຜີຊົ່ວຮ້າຍ​ຈຶ່ງ​ອອກ​ຈາກ​ຊາຍ​ຄົນ​ນັ້ນ ແລະ​ເຂົ້າ​ໄປ​ໃນ​ຝູງ​ໝູ, ໝູ​ທັງໝົດ​ປະມານ​ສອງພັນ​ໂຕ ກໍ​ຟ້າວ​ແລ່ນ​ລົງ​ຕະລິ່ງ​ຊັນ ແລະ​ໂຕນ​ລົງ​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.


ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka