Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:8 - ພຣະຄຳພີສັກສິ

8 ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ, ພືດ​ກໍ​ງອກງາມ​ແລະ​ຈະເລີນ​ຂຶ້ນ ຈຶ່ງ​ເກີດຜົນ: ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ ພືດ​ກໍ​ງອກ​ຂຶ້ນ​ມາ, ເຕີບໃຫຍ່​ຂຶ້ນ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ, ແລະ ຮ້ອຍ​ເທົ່າ”.

Uka jalj uñjjattʼäta Copia luraña




ມາຣະໂກ 4:8
21 Jak'a apnaqawi uñst'ayäwi  

ອີຊາກ​ເຮັດ​ນາ​ໃນ​ປະເທດ​ນີ້ ແລະ​ໃນ​ປີ​ນັ້ນ​ເອງ ເພິ່ນ​ເກັບກ່ຽວ​ເຂົ້າ​ໄດ້​ຮ້ອຍ​ເທົ່າ​ໃນ​ຈຳນວນ​ເຂົ້າ​ທີ່​ເພາະ​ປູກ ເພາະ​ພຣະເຈົ້າຢາເວ​ອວຍພອນ​ເພິ່ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ


ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ ແລະ​ຄ້ອນຕີ ຊຶ່ງ​ຕີ​ກ້ອນຫີນ​ໃຫ້​ແຕກ​ເປັນ​ປ່ຽງ​ໄດ້.”


ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ເຂົ້າໃຈ​ພຣະທຳ​ນັ້ນ, ຜູ້ນັ້ນ​ຈຶ່ງ​ເກີດຜົນ​ໄດ້​ຮ້ອຍ​ຕໍ່, ຫົກສິບ​ຕໍ່ ແລະ​ສາມສິບ​ຕໍ່.”


ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ​ພືດ​ຈຶ່ງ​ເກີດຜົນ: ເມັດ​ໜຶ່ງ​ໄດ້​ຮ້ອຍ​ຕໍ່, ເມັດ​ໜຶ່ງ​ໄດ້​ຫົກສິບ​ຕໍ່ ແລະ​ເມັດ​ໜຶ່ງ​ໄດ້​ສາມສິບ​ຕໍ່.


ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້ຍິນ​ພຣະທຳ​ແລ້ວ ຕ້ອນຮັບ​ເອົາ​ໄວ້​ຈຶ່ງ​ເກີດຜົນ​ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”


ບາງ​ເມັດ​ຕົກ​ໃສ່​ກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ​ຫຸ້ມ​ຮັດ​ພືດ​ເຫຼົ່ານັ້ນ​ໄວ້​ຈຶ່ງ​ເກີດຜົນ​ບໍ່ໄດ້.


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”


ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”


ແລະ​ບາງ​ເມັດ​ກໍ​ຕົກ​ໃສ່​ດິນ​ດີ ພືດ​ຈຶ່ງ​ງອກງາມ​ຂຶ້ນ ແລະ​ເກີດຜົນ​ໄດ້​ຮ້ອຍ​ຕໍ່.” ແລ້ວ​ພຣະເຢຊູເຈົ້າ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”


“ເຮົາ​ເປັນ​ເຄືອ​ອະງຸ່ນ ພວກເຈົ້າ​ເປັນ​ກິ່ງ ຜູ້ໃດ​ທີ່​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ຜູ້ນັ້ນ, ຜູ້ນັ້ນ​ແຫລະ ຈະ​ເກີດຜົນ​ຫລາຍ. ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.


ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ໃນ​ພຣະອົງ​ນັ້ນ, ທຸກ​ສ່ວນ​ຂອງ​ໂຄງຮ່າງ ກໍ​ຕິດ​ຕໍ່​ເຊື່ອມ​ສະໜິດ​ກັນ​ໂດຍ​ດີ ແລະ​ຈະເລີນ​ຂຶ້ນ​ເປັນ​ວິຫານ​ອັນ​ສັກສິດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດຂຶ້ນ​ດ້ວຍ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຖວາຍ​ພຣະ​ກຽດ ແລະ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ.


ຂ່າວປະເສີດ​ສືບຕໍ່​ນຳ​ພຣະພອນ​ມາ​ສູ່​ມະນຸດ​ທັງປວງ ແລະ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ ດັ່ງ​ທີ່​ມີ​ໃນ​ທ່າມກາງ​ພວກເຈົ້າ ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້ຍິນ​ເທື່ອ​ທຳອິດ ເຖິງ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຮຽນຮູ້​ຮັບ​ເອົາ​ຕາມ​ຄວາມຈິງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka