Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:7 - ພຣະຄຳພີສັກສິ

7 ບາງ​ເມັດ​ຕົກ​ໃສ່​ກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ​ຫຸ້ມ​ຮັດ​ພືດ​ເຫຼົ່ານັ້ນ​ໄວ້​ຈຶ່ງ​ເກີດຜົນ​ບໍ່ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ, ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ ຈຶ່ງ​ເກີດຜົນ​ບໍ່​ໄດ້.

Uka jalj uñjjattʼäta Copia luraña




ມາຣະໂກ 4:7
14 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ຕໍ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຈົ່ງ​ໄຖ​ນາ​ເຮື້ອ​ຂອງ​ພວກເຈົ້າ​ສາ; ຢ່າ​ຫວ່ານ​ເມັດ​ເຂົ້າ​ລົງ​ໃນ​ກໍ​ໜາມ.


ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.


ບາງ​ເມັດ​ກໍ​ຕົກ​ໃສ່​ກາງ​ຟຸ່ມ​ໜາມ, ໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ​ຫຸ້ມ​ຮັດ​ພືດ​ນັ້ນ​ໃຫ້​ເສຍ​ໄປ.


ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ​ພືດ​ຈຶ່ງ​ເກີດຜົນ: ເມັດ​ໜຶ່ງ​ໄດ້​ຮ້ອຍ​ຕໍ່, ເມັດ​ໜຶ່ງ​ໄດ້​ຫົກສິບ​ຕໍ່ ແລະ​ເມັດ​ໜຶ່ງ​ໄດ້​ສາມສິບ​ຕໍ່.


ແລະ​ເມື່ອ​ແສງ​ແດດ​ກ້າ ພືດ​ທີ່​ຮາກ​ບໍ່​ເລິກ​ນັ້ນ ກໍ​ແຫ້ມ​ແດດ ແລະ​ຫ່ຽວແຫ້ງ​ໄປ.


ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ, ພືດ​ກໍ​ງອກງາມ​ແລະ​ຈະເລີນ​ຂຶ້ນ ຈຶ່ງ​ເກີດຜົນ: ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ


ເມັດ​ທີ່​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ພວກເຂົາ​ປ່ອຍ​ໃຫ້​ຄວາມ​ກັງວົນ​ນຳ​ຊັບສົມບັດ ຕະຫລອດ​ທັງ​ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້ ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ແລະ​ຜົນ​ຂອງ​ພວກເຂົາ​ກໍ​ບໍ່​ສຸກ​ຈັກເທື່ອ.


ບາງ​ເມັດ​ກໍ​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ກໍ​ໃຫຍ່​ຂຶ້ນ​ຫຸ້ມຮັດ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka