Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:6 - ພຣະຄຳພີສັກສິ

6 ແລະ​ເມື່ອ​ແສງ​ແດດ​ກ້າ ພືດ​ທີ່​ຮາກ​ບໍ່​ເລິກ​ນັ້ນ ກໍ​ແຫ້ມ​ແດດ ແລະ​ຫ່ຽວແຫ້ງ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ​ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.

Uka jalj uñjjattʼäta Copia luraña




ມາຣະໂກ 4:6
15 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ສູ່​ດູຖູກ​ຂ້ອຍ​ຍ້ອນ​ຜິວພັນ​ຂ້ອຍ​ເທາະ ເພາະ​ຕາເວັນ​ເຮັດ​ໃຫ້​ຂ້ອຍ​ດຳແຫລ້​ທົ່ວ​ຜິວພັນ. ພວກອ້າຍ​ຂ້ອຍ​ໃຈຮ້າຍ​ໃຫ້​ຂ້ອຍ​ໃດ ຈຶ່ງ​ບັງຄັບ​ຂ້ອຍ​ໃຫ້​ທຳງານ​ໃນ​ສວນອະງຸ່ນ​ພຸ້ນ. ຂ້ອຍ​ບໍ່ມີ​ເວລາ​ທີ່​ຈະ​ຮັກສາ​ສວນອະງຸ່ນ​ຂອງຂ້ອຍ​ເອງ ຄື​ບໍ່ມີ​ເວລາ​ຮັກສາ​ຕົນຕົວ​ຂອງຂ້ອຍ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ ພືດ​ນັ້ນ​ກໍ​ແຫ້ມ​ຈຶ່ງ​ຫ່ຽວແຫ້ງ​ໄປ​ເພາະ​ຮາກ​ບໍ່​ເລິກ.


ບາງ​ເມັດ​ຕົກ​ໃສ່​ດິນ​ທີ່​ມີ​ຫີນ ຄື​ບ່ອນ​ທີ່​ມີ​ດິນ​ໜ້ອຍ​ຫີນ​ຫລາຍ ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ ເພາະ​ພື້ນດິນ​ບໍ່​ເລິກ.


ບາງ​ເມັດ​ຕົກ​ໃສ່​ກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ​ຫຸ້ມ​ຮັດ​ພືດ​ເຫຼົ່ານັ້ນ​ໄວ້​ຈຶ່ງ​ເກີດຜົນ​ບໍ່ໄດ້.


ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.


ແລະ​ໃຊ້​ກົນອຸບາຍ​ອັນ​ຊົ່ວຊ້າ​ທຸກຢ່າງ​ຫລອກລວງ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ. ຄົນ​ເຫຼົ່ານີ້​ຈະ​ຈິບຫາຍ​ໄປ​ເພາະ​ພວກເຂົາ​ບໍ່ໄດ້​ຍອມ​ຮັບ​ຄວາມຈິງ ຊຶ່ງ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


ເພາະ​ເມື່ອ​ຕາເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງກ້າ ເຮັດ​ໃຫ້​ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລ້ວ​ດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີສັນ​ວັນນະ​ຄວາມງາມ​ຂອງ​ມັນ​ກໍ​ສູນສິ້ນ​ໄປ. ໃນ​ທຳນອງ​ດຽວກັນ, ຄົນ​ຮັ່ງມີ​ຈະ​ເສື່ອມສູນ​ໄປ ໃນ​ຂະນະທີ່​ດຳເນີນ​ງານ​ຂອງຕົນ​ເໝືອນກັນ.


ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.


ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka