Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:5 - ພຣະຄຳພີສັກສິ

5 ບາງ​ເມັດ​ຕົກ​ໃສ່​ດິນ​ທີ່​ມີ​ຫີນ ຄື​ບ່ອນ​ທີ່​ມີ​ດິນ​ໜ້ອຍ​ຫີນ​ຫລາຍ ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ ເພາະ​ພື້ນດິນ​ບໍ່​ເລິກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.

Uka jalj uñjjattʼäta Copia luraña




ມາຣະໂກ 4:5
11 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມຄິດ​ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ນັ້ນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຂົາ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມຄິດ ແລະ​ຈິດໃຈ​ໃໝ່. ເຮົາ​ຈະ​ເອົາ​ຈິດໃຈ​ດື້ດ້ານ​ທີ່​ແຂງ​ດັ່ງ​ຫີນ​ໜີໄປ ແລະ​ຈະ​ເອົາ​ຈິດໃຈ​ເປັນ​ເນື້ອໜັງ​ທີ່​ເຊື່ອຟັງ​ໃຫ້​ພວກເຈົ້າ.


ເຮົາ​ກ່າວ​ວ່າ, ‘ຈົ່ງ​ໄຖ​ດິນ​ຕອນ​ໃໝ່​ສຳລັບ​ເຈົ້າເອງ ຈົ່ງ​ຫວ່ານ​ຄວາມ​ຊອບທຳ ແລະ​ເກັບກ່ຽວ​ເອົາ​ພຣະພອນ​ຈາກ​ການ​ອຸທິດຕົວ​ຂອງເຈົ້າ​ທີ່​ມີ​ຕໍ່​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ແລ້ວ​ເຮົາ​ກໍ​ຈະ​ມາ ແລະ​ຖອກ​ເທ​ພອນ​ເທິງ​ເຈົ້າ.’


ຝູງມ້າ​ແລ່ນ​ຂຶ້ນ​ໜ້າຜາ​ບໍ? ຄົນ​ເອົາ​ງົວ​ໄປ​ໄຖ​ນໍ້າ​ທະເລ​ບໍ? ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ປ່ຽນ​ຄວາມ​ຍຸດຕິທຳ​ມາ​ເປັນ​ຢາເບື່ອ ແລະ​ເຮັດ​ໃຫ້​ສິ່ງ​ທີ່​ຖືກຕ້ອງ​ກາຍເປັນ​ສິ່ງ​ທີ່​ຜິດ.


ບາງ​ເມັດ​ທີ່​ຕົກ​ໃສ່​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ໄວ້​ທັນທີ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ຂະນະທີ່​ເຂົາ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ຕົກ​ຕາມ​ຫົນທາງ ແລະ​ຝູງ​ນົກ​ໄດ້​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.


ແລະ​ເມື່ອ​ແສງ​ແດດ​ກ້າ ພືດ​ທີ່​ຮາກ​ບໍ່​ເລິກ​ນັ້ນ ກໍ​ແຫ້ມ​ແດດ ແລະ​ຫ່ຽວແຫ້ງ​ໄປ.


ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.


ບາງ​ເມັດ​ກໍ​ຕົກ​ໃສ່​ພື້ນດິນ​ທີ່​ມີ​ຫີນ ແລະ​ເມື່ອ​ງອກ​ຂຶ້ນ​ແລ້ວ ກໍ​ຫ່ຽວແຫ້ງ​ໄປ​ເພາະ​ດິນ​ບໍ່​ຊຸ່ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka