3 “ຈົ່ງຟັງໃຫ້ດີ ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
3 “ຈົ່ງຟັງໃຫ້ດີ! ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ.
ຈົ່ງຟັງເອົາເຖີດລູກຫລານຂອງຂ້ອຍເອີຍ ຂ້ອຍຈະແອບສອນໃຫ້ເຈົ້າຢ້ານຢຳພຣະເຈົ້າຢາເວ.
ຈົ່ງຟັງຂ້ອຍເຖີດ ເຈົ້າສາວຂອງກະສັດເອີຍ ຈົ່ງລືມໄລປະຊາຊົນ ແລະພີ່ນ້ອງຂອງເຈົ້າສາເຖີດ.
ພວກລູກໆເອີຍ ບັດນີ້ຈົ່ງຟັງພໍ່ເທີ້ນ ຈົ່ງເອົາໃຈໃສ່ຕໍ່ຄຳທີ່ພໍ່ບອກສອນ.
ບັດນີ້ ຈົ່ງຟັງເຮົາເຖີດ ຄົນໜຸ່ມທັງຫລາຍ ຈົ່ງເຮັດຕາມທີ່ເຮົາກ່າວແລະມີຄວາມສຸກໄດ້.
ຈົ່ງປູກຝັງໃນຕອນເຊົ້າແລະໃນຕອນແລງດ້ວຍ. ເຈົ້າບໍ່ຮູ້ດອກວ່າມັນຈະງອກງາມໝົດ ຫລືຕົ້ນໜຶ່ງຈະດີກວ່າຕົ້ນອື່ນອີກ.
ຈົ່ງຟັງ ພວກເຈົ້າປະຊາຊົນທີ່ດື້ດ້ານເອີຍ ຜູ້ໃດຄິດວ່າຄວາມມີໄຊມັນຢູ່ໄກເກີນຢື້.
ຈົ່ງຟັງເຮົາເທີ້ນ ເຊື້ອສາຍຂອງຢາໂຄບເອີຍ ຄືປະຊາຊົນທັງໝົດຂອງເຮົາທີ່ຍັງມີຊີວິດຢູ່ນັ້ນ. ເຮົາໄດ້ເບິ່ງແຍງພວກເຈົ້າແຕ່ໃດໆມາ ຄືຕອນທີ່ພວກເຈົ້າເກີດມາແຕ່ທ້ອງແມ່.
ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກເຂົາຟັງວ່າ, “ຣາຊອານາຈັກສະຫວັນກໍປຽບເໝືອນຄົນຜູ້ໜຶ່ງ ທີ່ຫວ່ານພືດໃນນາຂອງຕົນ.
ເມື່ອເຂົ້າດີງອກໃຫຍ່ຂຶ້ນເປັນຮວງເຂົ້າແລ້ວ ເຂົ້ານົກກໍໃຫຍ່ຂຶ້ນດ້ວຍກັນ.
ພຣະອົງກ່າວຫລາຍເລື່ອງເປັນຄຳອຸປະມາເພື່ອສອນປະຊາຊົນ ໂດຍກ່າວວ່າ, “ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ.
ຜູ້ຫວ່ານນັ້ນ ໄດ້ແກ່ຜູ້ຫວ່ານພຣະທຳຂອງພຣະເຈົ້າ.
ພຣະອົງໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະໃນຕອນນີ້ພຣະອົງໄດ້ສອນໂດຍກ່າວວ່າ,
ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ຂະນະທີ່ເຂົາຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດຕົກຕາມຫົນທາງ ແລະຝູງນົກໄດ້ມາສັບກິນເມັດນັ້ນເສຍ.
ພຣະເຢຊູເຈົ້າຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ແລ້ວເປໂຕພ້ອມກັບພວກອັກຄະສາວົກສິບເອັດຄົນນັ້ນ ກໍໄດ້ຢືນຂຶ້ນ ແລະເພິ່ນເລີ່ມກ່າວດ້ວຍສຽງດັງແກ່ປະຊາຊົນວ່າ, “ຊາວຢິວທັງຫລາຍພ້ອມກັບທຸກໆຄົນ ທີ່ມາພັກອາໄສຢູ່ໃນນະຄອນເຢຣູຊາເລັມເອີຍ ຈົ່ງເຂົ້າໃຈເລື່ອງນີ້ ແລະໂຜດຟັງຂ້າພະເຈົ້າກ່າວໃຫ້ດີ.
ແລ້ວໂມເຊກໍໄດ້ກ່າວແກ່ປະຊາຊົນວ່າ, “ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກຳລັງສອນພວກເຈົ້າ ແລະພວກເຈົ້າຈະມີຊີວິດ ແລະຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້າ.
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຟັງເທີ້ນ ພຣະເຈົ້າໄດ້ເລືອກເອົາຄົນທຸກຈົນໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະໃຫ້ເປັນຜູ້ຮັບແຜ່ນດິນຂອງພຣະອົງ ທີ່ພຣະອົງຊົງສັນຍາໄວ້ສຳລັບຄົນທີ່ຮັກພຣະອົງ.
ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ມີໄຊຊະນະ ຈະບໍ່ຖືກອັນຕະລາຍຈາກຄວາມຕາຍຄັ້ງທີສອງ.”
ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີໄຊຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ຊຶ່ງຢູ່ໃນສວນຂອງພຣະເຈົ້າ.”