Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:2 - ພຣະຄຳພີສັກສິ

2 ພຣະອົງ​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ​ໃນ​ຕອນ​ນີ້​ພຣະອົງ​ໄດ້​ສອນ​ໂດຍ​ກ່າວ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະອົງ​ໄດ້​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ ພຣະອົງ​ໄດ້​ສອນ​ວ່າ:

Uka jalj uñjjattʼäta Copia luraña




ມາຣະໂກ 4:2
15 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ໃຫ້​ຄວາມ​ສົນໃຈ​ແກ່​ຄຳ​ສຸພາສິດ ແລະ​ອະທິບາຍ​ຄວາມໝາຍ​ທັງ​ດີດ​ກິດຕາ ພ້ອມ.


ແລະ​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ມີ​ປັນຍາ ອະທິບາຍ​ຄຳ​ເລິກລັບ​ໃນ​ອະດີດ


ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”


ພຣະອົງ​ກ່າວ​ຫລາຍ​ເລື່ອງ​ເປັນ​ຄຳອຸປະມາ​ເພື່ອ​ສອນ​ປະຊາຊົນ ໂດຍ​ກ່າວ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຊົງ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ ປະຊາຊົນ​ກໍ​ປະຫລາດ​ໃຈ​ຫລາຍ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມີ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ, ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ບີບຄັ້ນ​ເອົາ​ນໍ້າ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້​ດ້ວຍ, ຕໍ່ມາ ເພິ່ນ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ປະເທດ​ອື່ນ.


ໃນ​ຄຳສັ່ງສອນ​ຂອງ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ພວກ​ທຳມະຈານ​ໃຫ້​ດີ ພວກເຂົາ​ມັກ​ນຸ່ງ​ເສື້ອລ່າມ​ຍ່າງ​ໄປມາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ທີ່​ຊຸມນຸມຊົນ,


ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ຄົນ​ເຫຼົ່ານີ້​ມາ ແລ້ວ​ພຣະອົງ​ກໍ​ກ່າວ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ເອງ​ໃຫ້​ອອກ​ໄປ​ໄດ້​ຢ່າງ​ໃດ?


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ພວກເຈົ້າ​ໄດ້​ຮູ້ຈັກ​ຄວາມ​ເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ສຳລັບ​ຄົນ​ຜູ້​ທີ່​ຢູ່​ນອກ ພວກເຂົາ​ຟັງ​ຮູ້​ທຸກຢ່າງ​ໄດ້​ໂດຍ​ອາໄສ​ຄຳອຸປະມາ


“ຈົ່ງ​ຟັງ​ໃຫ້​ດີ ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.


ຝ່າຍ​ມະຫາ​ປະໂຣຫິດ​ໄດ້​ສອບ​ຖາມ​ພຣະເຢຊູເຈົ້າ ເຖິງ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ຖາມ​ເຖິງ​ຄຳສັ່ງສອນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka