Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:12 - ພຣະຄຳພີສັກສິ

12 ເພື່ອ​ວ່າ ‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ກໍ​ຈະ​ບໍ່​ເຫັນ ຟັງ​ແລ້ວ​ຟັງ​ອີກ ແຕ່​ກໍ​ຈະ​ບໍ່​ເຂົ້າໃຈ ຖ້າ​ພວກເຂົາ​ຮູ້ ຄົງ​ຫັນ​ກັບຄືນ ມາ​ຫາ​ພຣະເຈົ້າ ແລະ ຮັບ​ການອະໄພ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເພື່ອ​ວ່າ, “‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ກໍ​ຈະ​ບໍ່​ເຫັນ ແລະ ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ ບໍ່​ດັ່ງນັ້ນ​ແລ້ວ ພວກເຂົາ​ຈະ​ຫັນ​ກັບ​ຄືນ​ມາ ແລະ ໄດ້​ຮັບ​ການ​ອະໄພ!’”

Uka jalj uñjjattʼäta Copia luraña




ມາຣະໂກ 4:12
18 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ໝາຍເກາະ​ປະຊາຊົນ​ຂອງເຮົາ ຈົ່ງ​ເອີ້ນ​ພວກເຂົາ​ໃຫ້​ຂຶ້ນ​ສານ​ເຖີດ ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ພັດ​ເບິ່ງ​ບໍ່​ເຫັນ​ຫຍັງ​ໝົດ; ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ພັດ​ຟັງ​ອັນໃດ​ບໍ່ໄດ້ຍິນ.


ບຸກຄົນ​ເຊັ່ນນີ້​ໂງ່ຈ້າ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ວ່າ ພວກຕົນ​ກຳລັງ​ເຮັດ​ຫຍັງ. ພວກເຂົາ​ອັດຕາ ແລະ​ຕັນ​ຄວາມຄິດ​ຂອງ​ຕົນເອງ​ບໍ່​ໃຫ້​ຮູ້​ຄວາມຈິງ.


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ຊົນຊາດ​ທີ່​ໂງ່ຈ້າ ແລະ​ບໍ່ມີ​ຄວາມຄິດ​ເອີຍ ຈົ່ງ​ເອົາໃຈໃສ່ ຜູ້​ທີ່​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ທີ່​ມີ​ຫູ ແຕ່​ຟັງ​ບໍ່ໄດ້ຍິນ.


“ມະນຸດ​ເອີຍ ເຈົ້າ​ກຳລັງ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ກະບົດ. ພວກເຂົາ​ມີ​ຕາ ແຕ່​ພວກເຂົາ​ເບິ່ງ​ບໍ່​ເຫັນ​ຫຍັງ ພວກເຂົາ​ມີ​ຫູ ແຕ່​ພວກເຂົາ​ຟັງ​ບໍ່ໄດ້ຍິນ​ຫຍັງ ເພາະ​ພວກເຂົາ​ເປັນ​ຄົນ​ກະບົດ.”


ພວກເຈົ້າ​ມີ​ຕາ​ແລ້ວ​ເບິ່ງ​ບໍ່​ເຫັນ​ບໍ? ພວກເຈົ້າ​ມີ​ຫູ​ແລ້ວ​ຟັງ​ບໍ່ໄດ້ຍິນ​ບໍ? ພວກເຈົ້າ​ຈື່​ໄດ້​ບໍ​ວ່າ,


ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”


ດັ່ງນັ້ນ ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ໂດຍ​ຫັນ​ຄືນ​ມາ​ຫາ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ບາບກຳ​ໃຫ້​ພວກທ່ານ,


ພຣະເຈົ້າຢາເວ​ບໍ່ໄດ້​ປະທານ​ຕາ​ທີ່​ເຫັນ​ໄດ້ ໃຈ​ທີ່​ເຂົ້າໃຈ ຫູ​ທີ່​ຍິນ​ໄດ້​ແກ່​ພວກເຈົ້າ​ຈົນເຖິງ​ວັນນີ້.


ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.


ຖ້າ​ພວກເຂົາ​ເຫຼົ່ານັ້ນ​ໄດ້​ຕົກ​ເສຍ​ໄປ​ແລ້ວ ກໍ​ເຫຼືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ອີກ​ໄດ້ ເພາະ​ພວກເຂົາ​ເອງ​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເສຍ ແລະ​ເຮັດ​ໃຫ້​ພຣະອົງ​ຊົງ​ໄດ້​ຮັບ​ການ​ປະຈານ​ຂາຍໜ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka