Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:11 - ພຣະຄຳພີສັກສິ

11 ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ພວກເຈົ້າ​ໄດ້​ຮູ້ຈັກ​ຄວາມ​ເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ສຳລັບ​ຄົນ​ຜູ້​ທີ່​ຢູ່​ນອກ ພວກເຂົາ​ຟັງ​ຮູ້​ທຸກຢ່າງ​ໄດ້​ໂດຍ​ອາໄສ​ຄຳອຸປະມາ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ

Uka jalj uñjjattʼäta Copia luraña




ມາຣະໂກ 4:11
20 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກເຈົ້າ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ​ເພາະ​ໄດ້ຍິນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ບາຣະ​ໂຢນາ​ເອີຍ ເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ບໍ່ແມ່ນ​ມະນຸດ​ທີ່​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.


ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ຄົນ​ເຫຼົ່ານີ້​ມາ ແລ້ວ​ພຣະອົງ​ກໍ​ກ່າວ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ເອງ​ໃຫ້​ອອກ​ໄປ​ໄດ້​ຢ່າງ​ໃດ?


ເມື່ອ​ພຣະເຢຊູເຈົ້າ​ຢູ່​ຕາມ​ລຳພັງ​ແລ້ວ ພວກ​ຕິດຕາມ​ພຣະອົງ​ບາງຄົນ ແລະ​ສາວົກ​ສິບສອງ​ຄົນ​ຈຶ່ງ​ຖາມ​ພຣະອົງ​ກ່ຽວກັບ​ຄຳອຸປະມາ​ດັ່ງ​ກ່າວ.


ພຣະອົງ​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ​ໃນ​ຕອນ​ນີ້​ພຣະອົງ​ໄດ້​ສອນ​ໂດຍ​ກ່າວ​ວ່າ,


ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”


ຜູ້ໃດ​ເຮັດ​ໃຫ້​ເຈົ້າ​ຕ່າງ​ຈາກ​ຄົນອື່ນໆ ຫລື​ມີ​ສິ່ງໃດ​ທີ່​ເຈົ້າ​ບໍ່ໄດ້​ຮັບ, ຖ້າ​ເຈົ້າ​ໄດ້​ຮັບ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ອວດ​ເໝືອນ​ກັບ​ວ່າ​ເຈົ້າ​ບໍ່ໄດ້​ຮັບ​ເລີຍ?


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ເພື່ອ​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເອື່ອຍອີງ​ຄົນອື່ນ.


ອີກ​ປະການ​ໜຶ່ງ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ຄົນ​ພາຍນອກ​ນັບຖື ເພື່ອ​ວ່າ​ລາວ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ ແລະ​ຕົກ​ເຂົ້າ​ໃນ​ບ້ວງແຮ້ວ​ຂອງ​ມານຮ້າຍ​ນັ້ນ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka