Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:9 - ພຣະຄຳພີສັກສິ

9 ສະນັ້ນ ພຣະອົງ​ຈຶ່ງ​ບອກ​ພວກ​ສາວົກ​ໃຫ້​ຕຽມ​ເຮືອ​ນ້ອຍ​ລຳ​ໜຶ່ງ​ໄວ້ ເພື່ອ​ປະຊາຊົນ​ຈະ​ບໍ່ໄດ້​ບຽດສຽດ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ຍ້ອນ​ປະຊາຊົນ​ເຫລົ່ານີ້ ພຣະອົງ​ຈຶ່ງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຕຽມ​ເຮືອ​ນ້ອຍ​ໄວ້​ໃຫ້​ພຣະອົງ​ລຳ​ໜຶ່ງ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ມາ​ບຽດ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:9
9 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ, ສ່ວນ​ພຣະອົງ​ນັ້ນ​ສະເດັດ​ຂຶ້ນ​ເຮືອ ແລະ​ໄດ້​ໄປ​ສູ່​ຂົງເຂດ​ມາຄາດານ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ອີກ​ທີ່​ແຄມ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ມາ​ເຕົ້າໂຮມ​ກັນ ແລ້ວ​ມາ​ຫາ​ພຣະອົງ ຈົນ​ພຣະອົງ​ຂຶ້ນ​ໄປ​ນັ່ງ​ຢູ່​ໃນ​ເຮືອ​ຫ່າງ​ຈາກ​ຝັ່ງ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.


ສະນັ້ນ ພວກເພິ່ນ​ຈຶ່ງ​ລາ​ປະຊາຊົນ ແລ້ວ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ແລ້ວ ແລະ​ພາກັນ​ຂີ່​ໄປ, ນອກ​ນີ້​ຍັງ​ມີ​ເຮືອ​ລຳ​ອື່ນ​ອີກ​ຫລາຍ​ລຳ​ໄປ​ນຳ​ດ້ວຍ.


ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ ກໍ​ມີ​ຊາຍ​ຜູ້ໜຶ່ງ​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ໄດ້​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ.


ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮູ້​ໄດ້​ໃນ​ທັນທີ​ວ່າ ຣິດ​ໄດ້​ອອກ​ຈາກ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ອວ່າຍ​ໜ້າ​ມາ​ທາງ​ປະຊາຊົນ ແລະ​ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງ​ນຸ່ງ​ເຮົາ?”


ສະນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ຈຶ່ງ​ຂີ່​ເຮືອ​ອອກ​ໄປ​ບ່ອນ​ທີ່​ມິດງຽບ​ຕ່າງຫາກ.


ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ໜຶ່ງ ຊຶ່ງ​ເປັນ​ຂອງ​ຊີໂມນ ແລະ​ບອກ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ຫ່າງ​ຈາກ​ຝັ່ງ​ໜ້ອຍ​ໜຶ່ງ ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ໃນ​ເຮືອ ແລະ​ສັ່ງສອນ​ປະຊາຊົນ.


ເມື່ອ​ພຣະເຢຊູເຈົ້າ​ຮູ້​ວ່າ, ພວກເຂົາ​ກຳລັງ​ຈະ​ມາ​ຈັບ​ເອົາ​ພຣະອົງ​ໄປ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ. ດັ່ງນັ້ນ ພຣະອົງ​ຈຶ່ງ​ສະເດັດ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ ໂດຍ​ລຳພັງ​ແຕ່​ຜູ້​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka