Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:8 - ພຣະຄຳພີສັກສິ

8 ຈາກ​ນະຄອນ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ, ຈາກ​ເຂດແດນ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ​ແລະ​ຊີໂດນ ປະຊາຊົນ​ໝູ່ໃຫຍ່​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເມື່ອ​ພວກເຂົາ​ໄດ້​ຍິນ​ເຖິງ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ​ແລ້ວ, ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ຈາກ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ ແລະ ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ແລະ ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ໄດ້​ພາກັນ​ມາ​ຫາ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:8
18 Jak'a apnaqawi uñst'ayäwi  

ຊາວ​ເມືອງ​ຕີເຣ​ຈະ​ຫາ​ຂອງຂວັນ​ແລະ​ນຳ​ມາ ຄົນ​ຮັ່ງມີ​ກໍ​ຊອກຫາ​ທາງ​ທີ່​ຈະ​ເອົາ​ໃຈ​ເຈົ້າ.


ເມື່ອ​ເຮົາ​ຈົດ​ລາຍຊື່​ຊົນຊາດ​ທີ່​ເຊື່ອຟັງ​ເຮົາ ເຮົາ​ຈະ​ຮວມ​ເອົາ​ຊາວ​ເອຢິບ​ແລະ​ຊາວ​ບາບີໂລນ​ດ້ວຍ ຊາວ​ຟີລິດສະຕິນ, ຊາວ​ຕີເຣ​ແລະ​ເອທີໂອເປຍ ຈະ​ນັບ​ເຂົ້າ​ເປັນ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ຈັດຕຽມ​ດາບ​ຂອງ​ພຣະອົງ​ໄວ້​ໃນ​ຟ້າ​ສະຫວັນ; ບັດນີ້ ພຣະອົງ​ຈະ​ໃຊ້​ດາບ​ນັ້ນ​ຟັນ​ເມືອງ​ເອໂດມ ຄື​ຟັນ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ພຣະອົງ​ລົງໂທດ​ໄປ​ສູ່​ຄວາມ​ຈິບຫາຍ.


ເໝືອນກັນ​ກັບ​ເຈົ້າ​ໄດ້​ຍິນດີ ເມື່ອ​ຊາດ​ອິດສະຣາເອນ​ຄື​ກຳມະສິດ​ຂອງເຮົາ​ໄດ້​ຖືກ​ໄພພິບັດ. ພູ​ຂອງ​ເສອີ​ຄື​ດິນແດນ​ທັງໝົດ​ຂອງ​ເອໂດມ​ຈະ​ຮ້າງເປົ່າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ອອກ​ໄປ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຕໍ່ສູ້​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ ແລະ​ສະເພາະ​ຢ່າງຍິ່ງ​ແລ້ວ​ຕໍ່ສູ້​ເອໂດມ. ດ້ວຍ​ຄວາມ​ຍິນດີ ແລະ​ການ​ຫຍໍ້ຫຍັນ ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ແລະ​ໄດ້​ຄອບຄອງ​ທົ່ງຫຍ້າ​ໃນ​ດິນແດນ​ນັ້ນ.


ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ


ປະຊາຊົນ​ຢ່າງ​ໜາແໜ້ນ​ຈາກ​ແຂວງ​ຄາລີເລ​ກັບ​ເດກາໂປລີ ຈາກ​ນະຄອນ​ເຢຣູຊາເລັມ, ແຂວງ​ຢູດາຍ ແລະ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຕ່າງ​ກໍໄດ້​ຕິດຕາມ​ພຣະອົງ​ໄປ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ໄປ​ຍັງ​ຂົງເຂດ​ໜຶ່ງ​ທີ່​ຢູ່​ໃກ້​ກັບ​ເມືອງ​ຕີເຣ, ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໜຶ່ງ ແລະ​ບໍ່​ຢາກ​ໃຫ້​ຜູ້ໃດ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ທີ່ນັ້ນ, ແຕ່​ພຣະອົງ​ກໍ​ບໍ່​ອາດ​ຫລົບ​ຫລີກ​ໄດ້.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ຂົງເຂດ​ຕີເຣ ແລະ​ຜ່ານ​ໄປ​ທາງ​ເມືອງ​ຊີໂດນ​ສູ່​ທະເລສາບ​ຄາລີເລ ໂດຍ​ຜ່ານ​ໄປ​ທາງ​ຂົງເຂດ​ເດກາໂປລີ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ລົງ​ມາ​ແຕ່​ພູ​ແລ້ວ ກໍ​ຢຸດ​ຢືນ​ຢູ່​ທີ່​ຮາບພຽງ​ແຫ່ງ​ໜຶ່ງ ໃນ​ບ່ອນ​ນັ້ນ ມີ​ລູກສິດ​ຂອງ​ພຣະອົງ​ຫລາຍ​ຄົນ​ພ້ອມ​ດ້ວຍ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທີ່​ມາ​ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ຝັ່ງ​ທະເລ​ຂອງ​ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ,


ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ​ມີ​ດັ່ງນີ້: ດິນແດນ​ທາງທິດໃຕ້​ໄປ​ຈົນເຖິງ​ໃຕ້​ສຸດ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ທີ່​ຊາຍແດນ​ຂອງ​ດິນແດນ​ເອໂດມ.


ເມືອງ​ຕ່າງໆ​ທາງ​ທິດໃຕ້​ສຸດ​ທີ່​ເປັນ​ຂອງ​ພວກເຂົາ ດ້ານ​ທີ່​ຢູ່​ໃກ້​ເຂດ​ເອໂດມ ມີ​ດັ່ງນີ້: ກັບເຊເອນ, ເອເດ, ຢາກູເຣ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka